ອັອສເຕຣເລຍ ຈະບໍ່ຮັບເອົາແຮງງານຈາກຕ່າງປະເທດເຂົ້າໄປເຮັດວຽກດ້ານກະສິກຳ ລວມທັງແຮງງານຈາກລາວ

ຂໍ້ມູນຈາກສະຖານທູດ ອັອສເຕຣເລຍ ເປີດເຜີຍເມື່ອບໍ່ດົນມານີ້ ວ່າ: ລັດຖະບານ ອັອສເຕຣເລຍ ບໍ່ມີນະໂຍບາຍຮັບເອົາແຮງງານຈາກຕ່າງປະເທດ ເຂົ້າໄປເຮັດວຽກດ້ານກະສິກຳ ຢູ່ພາຍໃນປະເທດ ໂດຍຜ່ານໂຄງການວິຊາ ກະສິກຳ ໃນນັ້ນລວມທັງແຮງງານຈາກ ລາວ ນຳ.

ໂດຍອີງຕາມບົດບັນທຶກຜົນຂອງການຕ້ອນຮັບ ແລະ ພົບປະກັນ ລະຫວ່າງ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ກັບ ທ່ານ Paul Kelly ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ລາວ ໃນວັນທີ 7 ກໍລະກົດ 2022 ເຊິ່ງທ່ານ ລັດຖະມົນຕີ ໄດ້ຕີລາຄາສູງຕໍ່ຄວາມເອົາໃຈໃສ່ຂອງສະຖານທູດ ອັອສເຕຣເລຍ ທີ່ມີຕໍ່ກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ຕະຫລອດມາ.

ຂະນະທີ່ ທ່ານ Paul Kelly ກໍໄດ້ແຈ້ງຂ່າວກ່ຽວກັບ ວິຊາກະສິກຳ ທີ່ຈະມີແຜນທົດລອງເອົາແຮງງານລາວໄປເຮັດວຽກຢູ່ປະເທດ ອົດສະຕຣາລີ ນັ້ນ ພາຍຫລັງມີການເລືອກຕັ້ງໃນສອງເດືອນຜ່ານມາ ລັດຖະບານຊຸດໃໝ່ຂອງອົດສະຕາລີ ໄດ້ຍົກເລີກນະໂຍບາຍ ກ່ຽວກັບໂຄງການວິຊາກະສິກຳ ໝາຍວ່າ ຈະບໍ່ມີການຮັບເອົາແຮງງານຈາກຕ່າງປະເທດ ເຂົ້າໄປເຮັດວຽກດ້ານກະສິກຳຢູ່ ອົດສະຕຣາລີ ອີກ ລວມທັງແຮງງານຈາກ ສປປ ລາວ. ຕໍ່ກັບບັນຫາດັ່ງກ່າວ, ທ່ານ ນາງ ໃບຄຳ ຂັດທິຍະ ກໍໄດ້ສະແດງຄວາມເສຍດາຍ ກ່ຽວກັບການຍົກເລີກ ວີຊາກະສິກຳ ດັ່ງກ່າວ ພາຍຫລັງ ໄດ້ຮູ້ຂ່າວວ່າຈະທົດລອງສົ່ງແຮງງານລາວ ໄປເຮັດວຽກຕາມວີຊາກະສິກຳນີ້ ບັນດາຜູ້ອອກແຮງງານລາວກໍໃຫ້ຄວາມສົນໃຈຫລາຍ. ແນວໃດກໍຕາມ ໃນເມື່ອເປັນນະໂຍບາຍຂອງລັດຖະບານຊຸດໃໝ່ ຂອງ ອັອສເຕຣເລຍ ກະຊວງ ຮສສ ກໍເຂົ້າໃຈ ແລະ ຫວັງວ່າຈະມີການຮ່ວມມືໃນການສົ່ງແຮງງານລາວ ໄປອອກແຮງງານຢູ່ປະເທດ ອົດສະຕຣາລີ ໃນຮູບການອື່ນ ໃນການໄປອອກແຮງງານຢູ່ ອົດສະຕາລີ ໃນອະນາຄົດ ເພື່ອຊ່ວຍໃຫ້ແຮງງານລາວສາມາດເກັບກ່ຽວປະສົບການ, ຍົກສູງໃນການພັດທະນາສີມືແຮງງານ ແລະ ການສ້າງລາຍໄດ້ມາໃຫ້ແກ່ຄອບຄົວ ເປັນການປັບປຸງຊີວິດການເປັນຢູ່ຂອງຜູ້ອອກແຮງງານໃຫ້ດີຂຶ້ນ.

ຈາກການພົບປະຄັ້ງນີ້, ທັງສອງປະເທດ ແມ່ນຍັງບໍ່ໄດ້ມີນະໂຍບາຍໃນການທີ່ຈະສົ່ງແຮງງານລາວໄປເຮັດວຽກດ້ານກະສິກຳ ຢູ່ປະເທດ ອັອສເຕຣເລຍ ແລະ ຍັງບໍ່ໄດ້ມີການເຊັນ MOU ໃນການຈະຈັດສົ່ງ ເປັນພຽງການຫາລືເບື້ອງຕົ້ນ, ແຕ່ໃນຄວາມເປັນຈິງຂອງສັງຄົມ ແມ່ນໄດ້ມີບາງບໍລິສັດຈຳນວນໜຶ່ງ ອອກໂຄສະນາ ກ່ຽວກັບການຈັດສົ່ງແຮງງານ ແລະ ຮັັບແລ່ນເອກະສານ ເພື່ອໄປເຮັດວຽກຢູ່ປະເທດດັ່ງກ່າວ, ສະນັ້ນ ທາງກະຊວງ ຈຶ່ງຝາກເຕືອນພໍ່ແມ່ປະຊາຊົນລາວທຸກຖວ້ນໜ້າ ຫລື ແຮງງານລາວ ທີ່ກຳລັງຈະໄປເຮັດວຽກຟຢູ່ປະເທດອົດສະຕຣາລີ ແມ່ນໃຫ້ສຶກສາຂໍ້ມູນໃຫ້ລະອຽດ ເພາະປັດຈຸບັນ ການຮ່ວມມືກັບປະເທດປາຍທາງ ໃນການຈະຈັດສົ່ງແຮງງານໄປເຮັດວຽກຢ່າງເປັນທາງການນັ້ນ ແມ່ນຍັງບໍ່ທັນມີເທື່ອ, ທັງນີ້ກໍເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຈ້າງງານ ແບບຜິດກົດໝາຍ ແລະ ບໍ່ໄດ້ຮັບການປົກປ້ອງເທົ່າທີ່ຄວນ.

ຂໍ້ມູນ: ກະຊວງ ຮສສ

error: Content is protected !!