ຮອງປະທານສະຫະພັນບານເຕະແຫ່ງຊາດລາວ 2 ທ່ານ ໄດ້ມອບເງິນສະຫນັບສະໜູນ ນັກກິລາທີມຊາດລາວ  U19 ລວມ 150 ລ້ານກີບ

ເພື່ອເປັນກຳລັງໃຈໃຫ້ກັບ ຄະນະຄູຝຶກ ແລະ ນັກກິລາ ທີ່ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດ ການແຂ່ງຂັນບານເຕະ ຊີງແຊ້ມ ອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ສາມາດຜ່ານເຂົ້າສູ່ຮອບຊີງຊະນະເລີດ, ທ່ານ ຄຳໄພ່ ປຣະເສີດ ຫົວຫນ້າຄະນະທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບເງິນສະຫນັບສະຫນູນ 50,000,000 ກີບ ແລະ ທ່ານ ປະສາດໄຊ ພິລາພັນເດຊ ຮອງຫົວນ້າຄະນະ ທັງເປັນຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ ໄດ້ມອບເງິນສະຫນັບສະຫນູນ ຈຳນວນເງິນ 100,000,000 ກີບ.

ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ

ຮອບຊີງຊະນະເລີດ ຈະມີຂຶ້ນ

🗓ວັນ​ສຸກ 15/07/2022

ທີມຊາດລາວ 🆚​ທີມຊາດມາເລເຊຍ

🕕20:00

  • ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

error: Content is protected !!