ເຈົ້າໜ້າທີ່ເລັ່ງຊອກຫາ ເຈ້ທິບ! ສໍ້ໂກງເງິນມີຜູ້ເສຍຫາຍຫຼາຍກວ່າ 5,000 ຄົນ

ເວັບໄຊປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ວ່າ: ຈາກການກວດສອບຂອງເຈົ້າໜ້າທີ່ ເຈ້ທິບ ໄດ້ເດີນທາງອອກນອກປະເທດໄປຕັ້ງແຕ່ວັນທີ 29 ມິຖຸນາ 2022 ໂດຍເດີນທາງຜ່ານດ່ານ ຕມ ຂົວມິດຕະພາບ ລາວ-ໄທ 1. ເຊິ່ງປັດຈຸບັນ, ເຈົ້າໜ້າທີ່ກໍາລັງເລັ່ງຕິດຕາມຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ນາງ ພອນທິບ ຫຼື ທີ່ເອີ້ນກັນວ່າ ເຈ້ທິບ ອາຍຸພຽງ 30 ປີ ກາຍເປັນເປົ້າໝາຍທີ່ເຈົ້າໜ້າທີ່ກໍາລັງຕ້ອງການຕົວມາດໍາເນີນຄະດີ ເພາະສໍ້ໂກງເງິນຂອງປະຊາຊົນຈໍານວນຫຼາຍພັນຄົນ ຫອບເງິນຈໍານວນມະຫາສານໜີອອກນອກປະເທດ ແຕ່ທ້າຍເດືອນມິຖຸນາ 2022.

ຈຳນວນຄວາມເສຍຫາຍໃນຄັ້ງນີ້ ເປັນເງິນຈຳນວນມະຫາສານ ລວມ 3 ສະກຸນເງິນ ຄື:

  • ​ເງິນກີບ 2 ໝື່ນລ້ານກີບ
  • ​ເງິນບາດ 4 ຮ້ອຍລ້ານບາດ
  • ເງິນໂດລາ 4 ລ້ານໂດລາສະຫະລັດ
  •  

ຮອດວັນທີ 30 ມິຖຸນາ 2022, ຜູ້ເສຍຫາຍຈຳນວນຫຼວງຫຼາຍ ຖະຍອຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ຫຼາຍກວ່າ 5,000 ຄົນ ແລະ ຄາດວ່າຍັງຈະມີຜູ້ເສຍຫາຍຫຼາຍຄົນເຂົ້າມາແຈ້ງຄວາມຕື່ມອີກ.

ຂໍ້ມູນ: ປ້ອງກັນຄວາມສະຫງົບ

error: Content is protected !!