ໄທ ຜ່ອນຜັນ​ຂໍ້​ຈຳກັດ​ ການ​ເຂົ້າ​ປະ​ເທດ ໂດຍບໍ່ກວດເຊື້ອໂຄວິດ-19 ​ເລີ່ມ 1 ພຶດສະພາ ນີ້

ໃນວັນທີ 22 ເມສາ 2022 ນີ້, ກອງປະຊຸມຂອງຄະນະສະເພາະກິດຂອງ ໄທ ກະຊວງສາທາລະນະສຸກ ສະເໜີ ມີເນື້ອໃນວ່າ: ນັກທ່ອງທ່ຽວທີ່ໄດ້ຮັບວັກຊີນແລ້ວ ຈະສາມາດເຂົ້າປະເທດໄດ້ ໂດຍບໍ່ມີການກວດພະຍາດ ໂຄວິດ-19 ແລະ ຈະ​ບໍ່​ມີ​ການ​ກັກ​ຕົວ​ອີກ.

ຕັ້ງແຕ່ວັນທີ 1 ພຶດສະພານີ້ ເປັນຕົ້ນໄປ ນັກທ່ອງທ່ຽວ ແລະ ຄົນໄທທີ່ຈະເຂົ້າປະເທດ ບໍ່ຕ້ອງມີເອກະສານການຈອງໂຮງແຮມແລ້ວ.

ການ​ຜ່ອນພັນ​ຂໍ້​ຈຳກັດ​ດັ່ງກ່າວ​ຄາດ​ວ່າ​ ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ໄທໄດ້​ຫຼາຍ​ພັນ​ຄົນ​ໃນ​ປີ​ນີ້.

error: Content is protected !!