ດ່ານສາກົນຂົວມິດຕະພາບ II ເລີ່ມທົດລອງການເສຍຄ່າທຳນຽມ-ຄ່າບໍລິການຜ່ານລະບົບ Easy Pass

ພິທີເປີດທົດລອງການເສຍຄ່າທຳນຽມ ແລະ ຄ່າບໍລິການຢູ່ດ່ານສາກົນຂົວມິດຕະພາບ II ສະຫວັນນະເຂດ-ມຸກດາຫານ ຜ່ານລະບົບ Easy Pass ຜ່ານທະນາຄານ ໄດ້ຈັດຂຶ້ນຫວ່າງບໍ່​ດົນ​ມານີ້ ທີ່ດ່ານສາກົນແຫ່ງດັ່ງກ່າວ ຊຶ່ງມີທ່ານ ສົມບູນ ອິນຖະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານທະນາຄານພັດທະນາລາວ ຈຳກັດ, ມີຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ II, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ກະຊວງການເງິນ ກ່າວວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງລັດຖະບານ ໃນການຈັດເກັບຄ່າທຳນຽມ ແລະ ຄ່າບໍລິການຂອງບັນດາຂະແໜງການຂອງລັດຢູ່ດ່ານສາກົນ, ທັງເປັນການຈັດເກັບລາຍຮັບລວມສູນຢູ່ບ່ອນດຽວ, ຍົກລະດັບການບໍລິການຂອງພາກລັດ ແລະ ເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ບໍລິການເຂົ້າ-ອອກຜ່ານດ່ານສາກົນ ໂດຍຜ່ານຊ່ອງທາງເຄື່ອງມືທີ່ທັນສະໄໝຜ່ານລະບົບທະນາຄານ, ສະນັ້ນ, ທາງກະຊວງການເງິນ ຈຶ່ງໄດ້ສົມທົບກັບທະນາຄານທີ່ມີຄວາມພ້ອມ ໂດຍສະເພາະລະບົບການຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ Easy Pass ຊຶ່ງເປັນລະບົບທີ່ວ່ອງໄວ, ໂປ່ງໃສ, ສາມາດກວດສອບຄືນໄດ້ ພ້ອມທັງຮັບປະກັນຄວາມປອດໄພດ້ານຂໍ້ມູນ ແລະ ການແລກປ່ຽນຂໍ້ມູນຂະ ແໜງການເງິນກັບຂະແໜງການອື່ນໆໃຫ້ມີຄວາມໝັ້ນຄົງ ມາທົດລອງໃຊ້ຢູ່ດ່ານສາກົນແຫ່ງນີ້.

ທ່ານ ຄຳສິງ ແສງແກ້ວມະຫາວົງ ຜູ້ອຳນວຍການຝ່າຍກວດກາ ທັງເປັນຜູ້ຊີ້ນຳ 4 ສາຂາພາກກາງທະນາຄານພັດທະນາລາວ ຈຳກັດ ກ່າວວ່າ: ທະນາຄານພັດທະນາລາວຈຳກັດ ຊຶ່ງເປັນທະນາຄານຂອງລັດ ພ້ອມຈະເຮັດໜ້າທີ່ໃນການຮ່ວມມືໃນການຈັດເກັບລາຍຮັບຢູ່ດ່ານສາກົນຂົວມິດຕະພາບ II ຊຶ່ງການໃຊ້ Easy Pass ຜ່ານລະບົບທະນາຄານໃນການຈ່າຍຄ່າທຳນຽມ ແລະ ຄ່າບໍລິການແມ່ນມີຄວາມສະດວກສະບາຍ, ໂດຍຜູ້ໃຊ້ບໍລິ ການຢູ່ດ່ານສາກົນຈະໄດ້ຈ່າຍເງິນຢູ່ຈຸດດຽວແລ້ວໃຊ້ໃບບິນຂອງທະນາຄານທີ່ມີຄິວອາໂຄດ ແຈ້ງເຈົ້າໜ້າທີ່ປະຈຳດ່ານ ເພື່ອສະແກນໃສ່ເຄື່ອງກໍສາມາດຜ່ານເຂົ້າ-ອອກດ່ານໄດ້, ດັ່ງນັ້ນ, ຮຽກຮ້ອງມາຍັງຜູ້ໃຊ້ບໍລິການທຸກທ່ານ ຈົ່ງເຊື່ອໝັ້ນໃນລະບົບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຂັ້ນຕອນເພື່ອເຮັດໃຫ້ງົບປະມານຂອງລັດເຂົ້າລວມສູນຢູ່ຈຸດດຽວ. ຜ່ານການທົດລອງນຳໃຊ້ເລີ່ມແຕ່ວັນທີ 1 ກໍລະກົດ ຜ່ານມາເຫັນວ່າໄດ້ຮັບຜົນດີຢ່າງຫຼວງຫຼາຍ.

ຈາກນັ້ນ, ໃນພິທີໄດ້ມີການຕັດແຖບຜ້າເປີດການທົດລອງນຳໃຊ້ການເສຍຄ່າທຳນຽມ ແລະ ຄ່າບໍລິການຜ່ານລະບົບ Easy Pass ຢູ່ດ່ານສາກົນຂົວມິດຕະພາບ II ຢ່າງເປັນທາງການ.

ຂໍ້ມູນຂ່າວ-ພາບ: ສະຫວັນນະເຂດ

 

error: Content is protected !!