ວິກິດຄ່າຄອງຊີບ ຈະເພີ່ມກຸ່ມຜູ້ທຸກຍາກ ໃນລະດັບສູງທີ່ສຸດ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ໂຄງການພັດທະນາແຫ່ງສະຫະປະຊາຊາດ (UNDP) ໄດ້ເປີດເຜີຍບົດລາຍງານສະບັບຫຼ້າສຸດ ໂດຍໄດ້ກ່າວເຕືອນກ່ຽວກັບວິກິດຄ່າຄອງຊີບທົ່ວໂລກທີ່ຊຸກຍູ້ໃຫ້ປະຊາກອນປະມານ 71 ລ້ານຄົນ ໃນປະເທດທີ່ທຸກຍາກເປັນກຸ່ມທີ່ທຸກຍາກທີ່ສຸດ.

ທ່ານ ອາຄິມ ສະໄຕເນີ ຜູ້ອຳນວຍການ UNDP ກ່າວວ່າ ໂດຍອີງຕາມຜົນການວິເຄາະຂອງປະເທດທີ່ກຳລັງພັດທະນາ 159 ປະເທດ ສະແດງເຖິງການເພີ່ມຂຶ້ນຂອງລາຄາສິນຄ້າສຳຄັນໃນປີນີ້ ຊຶ່ງສົ່ງຜົນກະທົບຢ່າງຮຸນແຮງຕໍ່ຫຼາຍພື້ນທີ່ໃນພາກພື້ນອາຟຣິກາທາງພາກໃຕ້ຂອງທະເລຊາຍຊາຮາຣາ, ຄາບມະຫາສະໝຸດບອນຂ່ານ, ທະວີບອາຊີ ແລະ ອື່ນໆ. UNDP ໄດ້ຮຽກຮ້ອງເຖິງການດໍາເນີນການທີ່ເໝາະສົມ ທັງການແຈກເງິນໂດຍກົງໃຫ້ກັບກຸ່ມປະເທດທີ່ອ່ອນແອ ແລະ ຕ້ອງການໃຫ້ປະເທດທີ່ຮັ່ງມີຂະຫຍາຍ ແລະ ເປີດກວ້າງໂຄງການລິເລີ່ມຜ່ອນຖັນພາລະໜີ້ສິນ (DSSI) ທີ່ເຮັດຂຶ້ນເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ສະໄຕເນີ ກ່າວວ່າ ວິກິດຄ່າຄອງຊີບເຮັດໃຫ້ປະຊາກອນຫຼາຍລ້ານຄົນຕົກຢູ່ໃນສະຖານະທີ່ທຸກຍາກ ເຖິງແມ່ນວ່າ ຄວາມທຸກຍາກຍັງຈະເພີ່ມຂຶ້ນຢ່າງວ່ອງໄວຈົນໜ້າໃຈຫາຍ ດ້ວຍເຫດຜົນນັ້ນໄພຂົ່ມຂູ່ຂອງຄວາມບໍ່ສະຫງົບທາງສັງຄົມຈຶ່ງມີຫຼາຍຂຶ້ນທຸກວັນ.

ນອກຈາກນີ້, ບົດລາຍງານການຄາດຄະເນເຖິງການເພີ່ມຂຶ້ນຂອງຈຳນວນປະຊາກອນທີ່ຢູ່ໃຕ້ເສັ້ນຄວາມທຸກຍາກທັງໃນປະເທດທີ່ທຸກຍາກ ແລະ ປະເທດທີ່ມີລາຍໄດ້ປານກາງໃນລະດັບຕ່ຳ ຊຶ່ງຈະຊຸກຍູ້ໃຫ້ປະຊາກອນທີ່ທຸກຍາກທົ່ວໂລກມີຈຳນວນລວມຫຼາຍກວ່າ 1,700 ລ້ານຄົນ. ທ່ານ ຈອດ ເກຣໂມລິນາ ຫົວໜ້າຝ່າຍການຈັດການນະໂຍບາຍກົນລະຍຸດຂອງ UNDP ກ່າວວ່າ ໃນໄລຍະຍາວ ບັນຫານີ້ຈະເຮັດໃຫ້ເກີດຄວາມບໍ່ເທົ່າທຽມ ບວກກັບວິກິດສະພາບອາກາດ ແລະ ບໍ່ຊ່ວຍໃຫ້ວິກິດຄັ້ງນີ້ມີຄວາມເບົາລົງ. ອີກຢ່າງໜຶ່ງ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຂຶ້ນໃນໄລຍະ 2 ປີທີ່ຜ່ານມາສະແດງໃຫ້ເຫັນວ່າ ປະເທດທີ່ບໍ່ມີເງິນພໍໃຊ້ຕ້ອງການແຮງສະໜັບສະໜູນຈາກປະຊາຄົມໂລກ ເພື່ອເປັນເງິນທຶນໃນແຜນງານຊ່ວຍເຫຼືອເຫຼົ່ານີ້.

ແຫຼ່ງຂໍ້ມູນ: ປະຊາຊົນ

error: Content is protected !!