ດ່ານສາກົນ ແດນສະຫວັນ ຢືດຊີ້ນໝູທີ່ນໍາເຂົ້າບໍ່ຖືກຕ້ອງຈໍານວນ 9,724 ກິໂລ ພ້ອມທໍາລາຍ

ທ່ານ ກົງສັກດາ ອິນທະພູທອນ ຫົວໜ້າໜ່ວຍງານກວດກາ ສັດຕະວະແພດ ປະຈໍາດ່ານສາກົນແດນສະຫວັນ ໃຫ້ສໍາພາດ ວ່າ:ໂດຍປະຕິບັດຕາມຄໍາສັ່ງຂອງ ກະຊວງກະສິກໍາ-ປ່າໄມ້ ເລກທີ0160/ກປ ລົງວັນທີ 19/1/22 ວ່າດ້ວຍການໂຈະ, ການອະນຸຍາດນໍາເຂົ້າ, ສົ່ງຜ່ານໝູມີຊິວິດ ແລະຜະລິດຕະພັນໝູ ຈາກ ປະເທດທີ່ມີການລະບາດຂອງເຊື້ອພະຍາດ ອະຫິວາໝູ ອາຟຣິກາ , ເຊິ່ງໃນຕອນເຊົ້າວັນທີ 7 ກໍລະກົດ 2022 ນີ້ ໄດ້ກວດຢືດ ຊີ້ນໝູແຊ່ແຂງ ທີ່ນໍາເຂົ້າຈາກປະເທດ ຫວຽດນາມ ເຊິ່ງຕົ້ນກໍາເນີດຂອງສິນຄ້າ ແມ່ນຈາກປະເທດ ເບຼຊິນ ໂດຍຢືດໄດ້ຈາກລົດ ໝາຍເລກ 74C.098.28 (ລົດແກ່ຫີນກາວ) ເຊິ່ວມີເປົ້າໝາຍ ຈໍາໝ່າຍຢູ່ຕະຫລາດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທີ່ໄດ້ຊຸກເຊື່ອງໄວ້ໃນລົດດັ່ງກ່າວ ເປັນຊີ້ນໝູທີ່ບໍ່ໄດ້ມາດຕະຖານຈໍານວນ 442 ແກັດ ເທົ່າກັບ 9,724 ກິໂລ, ດັ່ງນັ້ນ ໃນວັນທີ 9 ກໍລະກົດ 2022 ນີ້, ຢູ່ບ້ານ ແດນສະຫວັນ ກໍໄດ້ຈັດພິທີທໍາລາຍຊີ້ນສ່ວນສັດດັ່ງກ່າວ ດ້ວຍວິທີຂຸດຂຸມຝັງເລີກປະມານ 2 ແມັດ, ໂຮຍປູນຂາວ, ສີດຢາຂ້າເຊື້ອ, ຖົມດິນຢຽບໃຫ້ແໜ້ນ ໂດຍຊ້ອງໜ້າ ເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງມີ ຄະນະໜ່ວຍງານກວດກາສັດຕະວະແພດດ່ານສາກົນແດນສະຫວັນ,ຕໍາຫຼວດ,ພາສີ, ອາຫານ ແລະ ຢາ ພ້ອມຄະນະປົກຄອງບ້ານແດນສະຫວັນເຂົ້າຮ່ວມ, ທັງນີ້ກໍເພື່ອເປັນການຕ້ານ ແລະ ສະກັດກັ້ນ ສິນຄ້າທີ່ຫວງຫ້າມ ແລະ ນໍາເຂົ້າບໍ່ຖືກຕ້ອງໃຫ້ຖືກຕາມລະບຽບກົດໝາຍ ແລະ ທັງເປັນການປົກປ້ອງຜູ້ຜະລິດພາຍໃນ ເຊິ່ງຕົວຈິງບັນດາຟາມລ້ຽງໝູພາຍໃນແຂວງ ກໍເຫັນວ່າມີຄວາມສາມາດຕອບສະໜອງພາຍໃນໄດ້ ອີກດ້ານໜຶ່ງກໍເປັນການສະກັດກັ້ນບໍ່ໃຫ້ມີການແຜ່ລະບາດ ຂອງເຊື້ອພະຍາດ ທີ່ອາດຈະເກີດຂຶ້ນ.

ແຫຼ່ງຂໍ້ມູນ: MediaLaos

error: Content is protected !!