ຕົ້ນປີນີ້ ເຊກອງ ບັນລຸມູນຄ່າສົ່ງອອກສິນຄ້າ ຫລາຍກວ່ານຳເຂົ້າ

ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້, ແຂວງເຊກອງ ສາມາດບັນລຸມູນຄ່າການສົ່ງອອກສິນຄ້າ ທັງໝົດ 172,234 ໂດລາສະຫະລັດ; ສ່ວນການສົ່ງອອກ ບັນລຸມູນຄ່າ 13,552,718 ໂດລາສະຫະລັດ ເຊິ່ງສົມທຽບແລ້ວ ການສົ່ງອອກຫລາຍກ່ວາການນຳເຂົ້າ ຫລາຍເທົ່າຕົວ.

ທ່ານ ສິມມາ ດ້ວງເສລີ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງເຊກອງ ລາຍງານຕໍ່ກອງປະຊຸມເຊື່ອມໂຍງການຄ້າ ລະຫວ່າງ ຫົວໜ່ວຍທຸລະກິດບັນດາແຂວງພາກໃຕ້, ພາກກາງ ກັບ ຫົວໜ່ວຍທຸລະກິດນະຄອນດານັງ ສສ ຫວຽດນາມ ທີ່ແຂວງ ຈຳປາສັກ ໃນວັນທີ 5 ກໍລະ ກົດ 2022 ນີ້ວ່າ: ການນຳເຂົ້າສິນຄ້າ ສ່ວນຫລາຍແມ່ນເປັນການນຳເຂົ້າມາຮັບໃຊ້ໃນຂະບວນການ ສົ່ງເສີມການລົງທຶນ ແລະ ນຳເຂົ້າມາຮັບໃຊ້ການຜະລິດ ເປັນຕົ້ນ ພາຫະນະ, ອຸປະກອນ, ເຄື່ອງຈັກ, ປຸຍວິທະຍາສາດ ແລະ ອື່ນໆ. ມູນຄ່າການນຳເຂົ້າ 6 ເດືອນຕົ້ນປີ 2022 ທີ່ປະຕິບັດໄດ້ 172,234 ໂດລາສະຫະລັດນັ້ນ ເປັນການແລກປ່ຽນຊື້-ຂາຍຕາມຊາຍແດນ ລາວ-ຫວຽດນາມ ມູນຄ່າ 74,909 ໂດລາສະຫະລັດ. ສ່ວນສິນຄ້າສົ່ງອອກ ສ່ວນຫລາຍແມ່ນຜົນຜະລິດກະສິກໍາ ເປັນຕົ້ນ ມັນຕົ້ນແຫ້ງ, ກາກມັນຕົ້ນ, ຢາງພະລາ, ກາເຟ, ໝາກໜອດ; ນອກນັ້ນ, ຍັງມີຜະລິດຕະພັນໄມ້ທຳມະຊາດ, ແຮ່ຖ່ານຫີນ ແລະເຄື່ອງປ່າຂອງດົງຈຳນວນໜຶ່ງ ສາມາດບັນລຸມູນຄ່ 13,552,718 ໂດລາສະຫະລັດ; ໃນນັ້ນ, ການສົ່ງອອກທີ່ເປັນການແລກປ່ຽນຊື້-ຂາຍ ຕາມຊາຍແດນ ລາວ-ຫວຽດນາມ ມູນຄ່າ 48,176 ໂດລາສະຫະລັດ.

ທ່ານ ສິມມາ ດ້ວງເສລີ ໃຫ້ຮູ້ຕື່ມວ່າ: ແຂວງເຊກອງ ໄດ້ເອົາໃຈໃສ່ຊຸກຍູ້ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ເຊິ່ງປັດຈຸບັນ ແຂວງເຊກອງມີ 5 ຫົວໜ່ວຍວິສາຫະກິດໄດ້ຮັບ ແລະ ນຳໃຊ້ກາໝາຍໂອດ໊ອບແຫ່ງຊາດ, ມີຈຳນວນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ 7 ລາຍການ ຄື: ຜະລິດຕະພັນເຫລົ້າໝາກໄມ້ 3 ລາຍການ ແລະ ຜະລິດຕະພັນກາເຟສົດ ຢູ່ເມືອງທ່າແຕງ; ຜະລິດຕະພັນຊາໂສມກາດອກຮັກ, ຜະລິດຕະພັນຫັດຖະກຳຕໍ່າແຜ່ນແພ ຍ້ອມສີທຳມະຊາດຂອງຊົນເຜົ່າກຣຽງ ຢູ່ເມືອງລະມາມ; ຜະລິດຕະພັນກາເຟຜົງ ຢູ່ເມືອງດາກຈຶງ. ປັດຈຸບັນ ກຳລັງກະກຽມດຳເນີນການຄົ້ນຄວ້າເງື່ອນ ໄຂ ແລະ ຂັ້ນຕອນ ໃນການຄັດເລືອກສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ 2 ລາຍການສິນຄ້າ ຄື: ກາເຟສະຕາດາກຈຶງ ແລະ ກວນໂສມ.

ຂໍ້ມູນຂ່າວ: ເກດສະໜາ

error: Content is protected !!