ແຊ້ມບານໂລກ ຈາກປີ 1930-2018

ການແຂ່ງຂັນບານໂລກ (FIFA World Cup) ເປັນການແຂ່ງຂັນບານເຕະລະຫວ່າງປະເທດ ໂດຍມີຊຸດທີມຊາດເຂົ້າຮ່ວມໃນກຸ່ມສະມາຊິກ ສະຫະພັນບານເຕະລະຫວ່າງປະເທດ ຫຼີ ຟີຟາ (FIFA). ການແຂ່ງຂັນຈັດຂຶ້ນທຸກໆ 4 ປີ ໂດຍທີ່ຄັ້ງທຳອິດຈັດຂຶ້ນເມື່ອປີ 1930, ແຕ່ມາຍົກເວັ້ນລະຫວ່າງປີ 1942 ແລະ 1946 ຍ້ອນສົງຄາມໂລກຄັ້ງທີ 2. ທີມທີ່ເປັນແຊ້ມຫຼ້າສຸດແມ່ນ ຝຣັ່ງ ໃນປີ 2018. ປີນີ້ ຈະຈັດຢູ່ ປະເທດ ກາຕາ (Qatar) ລະຫວ່າງວັນທີ 21​ພະຈິກ ຫາ 18 ທັນວາ 2022.

ຕໍ່ໄປນີ້ຄືຂໍ້ມູນທີມທີ່ເປັນແຊ້ມ ແລະ ຮອງແຊ້ມໃນແຕ່ລະສະໄໝ ພ້ອມກັບຊື່ປະເທດເຈົ້າພາບ.

  1. 1930: ອຸຣຸກວາຍ ຊະນະ ອາເຈນຕີນາ 4-2 (ອຸຣຸກວາຍ ເປັນເຈົ້າພາບ).
  2. 1934: ອີຕາລີ ຊະນະ ເຊກໂກສະໂລວາເກຍ 2-1 (ອີຕາລີ ເປັນເຈົ້າພາບ).
  3. 1938: ອີຕາລີ ຊະນະ ຮົງກາຣີ 4-2 (ຝຣັ່ງ ເປັນເຈົ້າພາບ).
  4. 1950: ອູຣຸກວາຍ ຊະນະ ບລາຊິວ 2-1 (ບລາຊິວ ເປັນເຈົ້າພາບ).
  5. 1954: ເຢຍລະມັນຕາເວັນຕົກ  ຊະນະ ຮົງກາຣີ 3-2 (ສະວິດເຊີແລນ ເປັນເຈົ້າພາບ).
  6. 1958: ບລາຊິວ ຊະນະ ສະວີເດັນ 5-2 (ສະວີເດັນ ເປັນເຈົ້າພາບ).
  7. 1962: ບລາຊິວ ຊະນະ ເຊກໂກສະໂລວາເກຍ 3-1 (ຊີລີ ເປັນເຈົ້າພາບ).
  8. 1966: ອັງກິດ ຊະນະ ເຢຍລະມັນຕາເວັນຕົກ 4-2 (ອັງກິດ ເປັນເຈົ້າພາບ).
  9. 1970: ບລາຊິວ ຊະນະ ອີຕາລີ 4-1 (ເມັກຊີໂກ ເປັນເຈົ້າພາບ).
  10. 1974: ເຢຍລະມັນຕາເວັນຕົກ ຊະນະ ເນເທີແລນ 2-1 (ເຢຍລະມັນ ຕາເວັນຕົກ ເປັນເຈົ້າພາບ).
  11. 1978: ອາເຈນຕີນາ ຊະນະ ເນເທີແລນ 3-1 (ອາເຈນຕີນາ ເປັນເຈົ້າພາບ).
  12. 1982: ອີຕາລີ ຊະນະ ເຢຍລະມັນຕາເວັນຕົກ 3-1 (ສະເປນ ເປັນເຈົ້າພາບ).
  13. 1986: ອາເຈນຕີນາ ຊະນະ ເຢຍລະມັນຕາເວັນຕົກ 3-2 (ເມັກຊີໂກ ເປັນເຈົ້າພາບ).
  14. 1990: ເຢຍລະມັນຕາເວັນຕົກ ຊະນະ ອາເຈນຕີນາ 1-0 (ອີຕາລີ ເປັນເຈົ້າພາບ).
  15. 1994: ບລາຊິວ ຊະນະການຍິງຈຸດໂທດກັບ ອີຕາລີ 3-2 (ສະຫະລັດ ອາເມຣິກາ ເປັນເຈົ້າພາບ).
  16. 1998: ຝຣັ່ງ ຊະນະ ບລາຊິວ 3-0 (ຝຣັ່ງ ເປັນເຈົ້າພາບ).
  17. 2002: ບລາຊິວ ຊະນະ ເຢນລະມັນ 2-0 (ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເປັນເຈົ້າພາບຮ່ວມກັນ, ນັດຊີງຊະນະເລີດ ຈັດຢູ່ ຍີ່ປຸ່ນ).
  18. 2006: ອີຕາລີ ຊະນະການຍິງຈຸດໂທດ ຝຣັ່ງ 5-3 (ເຢຍລະມັນ ເປັນເຈົ້າພາບ).
  19. 2010: ສະເປນ ຊະນະ ເນເທີແລນ 1-0 (ອັຝຣິກາໃຕ້ ເປັນເຈົ້າພາບ).
  20. 2014: ເຢຍລະມັນ ຊະນະ ອາເຈນຕີນາ 1-0 (ບລາຊິວ ເປັນເຈົ້າພາບ).
  21. 2018: ຝຣັ່ງ ຊະນະ ໂຄຣເອເຊຍ 4-2 (ຣັດເຊຍ ເປັນເຈົ້າພາບ)
error: Content is protected !!