ປຶກສາຫາລືແນວທາງເສດຖະກິດ ລາວ-ໄທ

ໃນລະຫວ່າງ ວັນທີ 6-8 ກໍລະກົດ 2022, ທີ່ ແຂວງ ນ່ານ, ປະເທດ ໄທ ແລະ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ອຸດົມໄຊ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຫຼວງພະບາງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ໄຊຍະບູລີ ກັບ ຫໍການຄ້າ ແຂວງ ນ່ານ ແລະ ສະພາອຸດສາຫະກຳທອ່ງທ່ຽວຈັງຫວັດນ່ານ ວ່າດ້ວຍການຮ່ວມມືດ້ານການແລກປ່ຽນຂໍ້ມູນຂ່າວສານ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລາວ-ໄທ, ໄທ-ລາວ.

ຫຼັງຈາກແລ້ວກອງປະຊຸມ ກໍ່ມີການສ້າງສັນເພື່ອຮັດແໜ້ນຄວາມສາມັກຄີອີກຕື່ມ ລະຫວ່າງ ສາມາຄົມນັກທຸລະກິດໜູ່ມ ແຂວງ ຫຼວງພະບາງ (YEAL) ແລະ ນັກທຸລະກິດໜຸ່ມຈັງຫວັດນ່ານ (YEC).

ຂໍ້ມູນຂ່າວ ແລະ ພາບ: Akhom Phommahanh

error: Content is protected !!