ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ທີ່ຖືກຍິງ ເສຍຊີວິດແລ້ວ

ສຳນັກຂ່າວ ຊິນຮວາ, ວັນທີ8 ກໍລະກົດນີ້, ສື່​ມວນ​ຊົນ ​ທ້ອງ​ຖິ່ນ​ ຍີ່ປຸ່ນ​ ລາຍ​ງານ​ວ່າ, ອະດີດ​ນາຍົກລັດຖະມົນຕີ Shinzo Abe ຂອງ ຍີ່ປຸ່ນ ໄດ້ຖືກຢືນຢັນວ່າ ເສຍຊີວິດແລ້ວຫລັງຈາກ​ໄດ້​ຖືກ​ລອບສັງຫານໃນ​ລະ​ຫວ່າງ​ ການ​ກ່າວ​ປາ​ໄສ​ ຢູ່​ນະ​ຄອນ Nara ພາກ​ຕາ​ເວັນ​ຕົກ​ຂອງ ຍີ່ປຸ່ນ ຊຶ່ງ​ເປັນ​ສ່ວນ​ໜຶ່ງຂອງ​ການ​ໂຄ​ສະ​ນາ ​ເພື່ອ​ດໍາ​ເນີນ​ການ ​ເລືອກ​ຕັ້ງ​ ສະ​ພາ​ສູງ​ ຈະຈັດຂຶ້ນ ໃນວັນທີ10 ກໍລະກົດນີ້.ປັດຈຸບັນ ເຈົ້າໜ້າທີ່ຕໍາຫລວດ ຍີ່ປຸ່ນ ໄດ້ຈັບຕົວທ້າວ Tetsuya Yamagami ອາຍຸ 41 ປີ ໃນຂໍ້ຫາເຈດຕະນາຄາດຕະກໍາຫລັງກໍ່ເຫດ ໃຊ້ປືນປະດິດຂຶ້ນເອງຍິງໃສ່ ອະດິດ ນາຍົກລັດຖະມົນຕີ ທ່ານ Shinzo Abe ຂອງຍີ່ປຸ່ນ ອາຍຸ 67 ປີ ໂດຍຖືກຍິງໃສ່ໜ້າເອິກ ແລະ ລໍາຄໍ ເຮັດໃຫ້ ໄດ້ຮັບບາດເຈັບຢ່າງໜັກ ເສຍເລືອດຫລາຍ ຈົນ​ເສຍ​ຊີວິດ ​ໃນ​ເວລາ​ຕໍ່​ມາ.

ສຳລັບ ຜູ້ຕ້ອງຫາ ທ້າວ Tetsuya Yamagami ເປັນ ຊາວເມືອງ ນາຣະ (Nara) ເຂດກັນໄຊ (Kansai) ທາງຕາເວັນຕົກ ຂອງ ຍີ່ປຸ່ນ ແລະ ເຄີຍເຮັດວຽກຢູ່ໃນກອງກຳລັງປ້ອງກັນຕົນເອງທາງທະເລຂອງ ຍີ່ປຸ່ນ ເປັນເວລາ 3 ປີ.

ຂະນະນີ້ ເຈົ້າໜ້າທີ່ຕຳຫລວດ ຍີ່ປຸ່ນ ພວມສືບສວນສອບສວນຫາກຸ່ມຄົນທີ່ກ່ຽວຂ້ອງຕື່ມອີກ.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

error: Content is protected !!