ນາຍົກລັດຖະມົນຕີ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ເອເຊຍ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ທີ່ປະເທດ ຍີ່ປຸ່ນ

ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio) ນາຍົກລັດຖະມົນຕີ ແຫ່ງ ປະເທດ ຍີ່ປຸ່ນ ໃນວັນທີ 22 ເມສາ 2022ນີ້. ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນເຖິງ ແຂວງຄຸມາໂມໂຕະ, ປະເທດຍີ່ປຸ່ນ ເພື່ອຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ເອເຊຍ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 “The 4^thAsia-Pacific Water Summit (APWS)”.

ກອງປະຊຸມສຸດຍອດ ເອເຊຍ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ແມ່ນເວທີປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ລະຫວ່າງ ບັນດາປະເທດໃນພາກພື້ນ ເອເຊຍ-ປາຊິຟິກ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນໃຫ້ມີຄວາມຍືນຍົງໂດຍຜ່ານກົນໄກການຄຸ້ມຄອງນໍ້າ ໂດຍຈະດໍາເນີນໄປພາຍໃຕ້ຫົວຂໍ້ “ນໍ້າເພື່ອການພັດທະ ນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ” ແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິ ບັດ ໂດຍສະເພາະຜົນກະທົບຂອງການແພ່ລະບາດຂອງພະຍາດ ໂຄວິດ-19, ການພື້ນຟູເສດຖະກິດຈາກການແພ່ລະບາດຂອງພະຍາດ ໂຄວິດ-19, ການນໍາໃຊ້ງົບປະມານ, ການບໍລິຫານປົກຄອງ ແລະ ການນໍາໃຊ້ເຕັກໂນໂລຊີວິທະຍາສາດ ເຂົ້າໃສ່ວຽກງານການຄຸ້ມຄອງນໍ້າ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນໍ້າ ເພື່ອການພັດທະນາແບບຍືນຍົງ ແລະ ວາລະ 2030.

ແຫຼ່ງຂໍ້ມູນ-ພາບ: ຂັນໄຊ

error: Content is protected !!