ເລີ່ມແຕ່​ວັນທີ 11​ ກໍລະກົດ ​ເປັນຕົ້ນໄປ​ ​ ຈະບໍ່ຮັບເອກະສານຄໍາຮ້ອງຂໍໜັງສືຜ່ານແດນຈາກຜູ້ທີ່ມາຈາກ 6​ ແຂວງ

ເລີ່ມແຕ່ວັນທີ 11​ ກໍລະກົດ​ ເປັນຕົ້ນໄປ​ ກົມ​ກົງ​ສູນ​ ນະຄອນຫຼວງ ວຽງຈັນ​ ຈະບໍ່ຮັບເອກະສານຄໍາຮ້ອງຂໍໜັງສືຜ່ານແດນຈາກຜູ້ທີ່ມາຈາກ 6​ ແຂວງ​ ຍົກເວັ້ນກໍລະນີ້ຈໍາເປັນ​ ເນື່ອງຈາກບັນດາແຂວງດັ່ງກ່າວມີສູນຮັບຄໍາຮ້ອງແລ້ວວັນທີ​ 7​ ກໍລະກົດ​ 2022​ ນີ້​ ກົມກົງສຸນ,​ ກະຊວງການ​ຕ່າງປະເທດ​ ໄດ້ປະກາດ​ ເລື່ອງການຍື່ນຄໍາຮ້ອງຂໍໜັງສືຜ່ານແດນ ທີ່ ກົມກົງສູນ ກະຊວງການຕ່າງປະເທດ ປັດຈຸບັນ ເຫັນວ່າມີປະຊາຊົນ ໄດ້ມາຍື່ນຄຳຮ້ອງຂໍໜັງສືຜ່ານແດນເປັນຈຳນວນຫຼາຍ ເຊິ່ງເກີນຂີດຄວາມສາມາດໃນການຮອງຮັບຕົວຈິງ.​

ເພື່ອແກ້ໄຂສະພາບຄວາມແອອັດ, ຄວາມບໍ່ເປັນລະບຽບຮຽບຮ້ອຍ, ບັນຫາຫຍໍ້ທໍ້ຕ່າງໆທີ່ຈະກໍ່ໃຫ້ເກີດຂຶ້ນ ແລະ ການກີດຂວາງການສັນຈອນຢູ່ບໍລິເວນດ້ານໜ້າກົມກົງສູນ,ລວມໄປເຖິງການປະຫຍັດຄ່າໃຊ້ຈ່າຍໃນການເດີນທາງ, ຄ່າກິນຢູ່ພັກເຊົາຂອງພໍ່ແມ່ປະຊາຊົນທີ່ເດີນທາງມາຈາກຕ່າງແຂວງເພື່ອມາຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ນະຄອນຫຼວງວຽງຈັນ (ກົມກົງສູນ).

ສະນັ້ນ, ນັບຕັ້ງແຕ່ວັນທີ 11 ກໍລະກົດ 2022​ ເປັນຕົ້ນໄປ, ກົມກົງສູນ ຈະບໍ່ຮັບເອກະສານຄໍາຮ້ອງຂໍໜັງສືຜ່ານແດນ ຂອງທ່ານທີ່ມາຈາກບັນດາແຂວງ ທີ່ມີສູນຮັບຄໍາຮ້ອງຂໍໜັງສືຜ່ານແດນເຊັ່ນ: ແຂວງ ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ, ຍົກເວັ້ນກໍລະນີເຈັບເປັນ​ ແລະ ມີຄວາມຈຊາເປັນຮີບດ່ວນຕ້ອງໄດ້ໄປປິ່ນປົວຢູ່ຕ່າງປະເທດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາທ່ານທີ່ມາຈາກແຂວງດັ່ງກ່າວຂ້າງເທິງນີ້ຈົ່ງໃຫ້ການຮ່ວມມືດ້ວຍ.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງບັນດາທ່ານ ເພື່ອຊາບຕາມທາງຄວນດ້ວຍ.

error: Content is protected !!