ລາວ ເປັນເຈົ້າພາບຈັດ ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 56

ກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ຄັ້ງທີ 56 ແບບທາງໄກ ໄດ້ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2022 ທີ່ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານນາງ ນີວາຢາກີຣີ ອັດຢານີ ຫົວໜ້າຫ້ອງການ ກະຊວງການທ່ອງທ່ຽວ ແລະ ເສດຖະກິດ ປະເທດອິນໂດເນເຊຍ ແລະ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ເປັນຮອງປະທານ.

ກອງປະຊຸມ ໄດ້ທົບທວນການຈັດຕັ້ງປະຕິບັດແຜນການຮ່ວມມື ດ້ານທ່ອງທ່ຽວອາ ຊຽນ ໃນ 6 ຕົ້ນປີ 2022 ເປັນຕົ້ນ ການແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ກ່ຽວກັບນະໂຍບາຍການປ້ອງກັນ ແລະ ສະກັ້ນການແພ່ລະບາດພະຍາດ ໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ການທ່ອງທ່ຽວ, ນະໂຍບາຍການເປີດປະເທດຄືນໃໝ່ ເພື່ອຕ້ອນຮັບນັກທ່ອງທ່ຽວ ແນໃສ່ຮັບປະກັນທາງດ້ານສຸຂະພາບ ແລະ ຄວາມປອດໄພຂອງນັກທ່ອງທ່ຽວເປັນບັນຫາສໍາຄັນ. ມາຮອດປັດຈຸບັນ ຫລາຍປະເທດສະມາຊິກອາຊຽນ ໄດ້ມີນະໂຍບາຍ ແລະ ມາດຕະການຜ່ອນຜັນ ອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງທ່ຽວພາຍໃນອາຊຽນ ແລະ ການເດີນທາງທ່ຽວຂອງນັກທ່ອງທ່ຽວສາກົນ ເຂົ້າ-ອອກປະເທດ.

ຂະແໜງການທ່ອງທ່ຽວອາຊຽນ ສືບຕໍ່ຮ່ວມກັນຈັດຕັ້ງແຜນປະຕິບັດງານ ເພື່ອຟື້ນຟູການທ່ອງທ່ຽວທີ່ຖືກຮັບຮອງໃນຕົ້ນປີ 2022 ໃຫ້ເກີດເປັນຮູບປະທໍາ ໂດຍສົມທົບກັບຂະ ແໜງການທີ່ກ່ຽວຂ້ອງ ລວມທັງຜູ້ປະກອບການທຸລະກິດທ່ອງທ່ຽວ ເພື່ອເຮັດໃຫ້ການທ່ອງ ທ່ຽວກັບຄືນມາສູ່ສະພາບປົກກະຕິ ແລະ ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວນັບມື້ເພີ່ມຂຶ້ນ. ພ້ອມນີ້ ຈະສຸມໃສ່ສ້າງຜະລິດຕະພັນການທ່ອງທ່ຽວ ທີ່ມີຄວາມຫລາກຫລາຍ, ສົ່ງເສີມວຽກງານໂຄສະນາການຕະຫລາດ, ມາດຕະຖານການທ່ອງທ່ຽວ, ການທ່ອງທ່ຽວເຊື່ອມຈອດ, ຫັນການທ່ອງທ່ຽວທາງດ້ານດີຈິຕອນ ເພື່ອໃຫ້ນັກທ່ອງທ່ຽວມີຄວາມສະດວກ ໃນການເຂົ້າເຖິງຂໍ້ມູນຂ່າວສານ. ນອກນີ້, ຂະແໜງການທ່ອງທ່ຽວຈະສືບຕໍ່ຮ່ວມມືກັບບັນປະເທດຄູ່ເຈລະຈາ ແລະ ການຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ແນໃສ່ເຮັດໃຫ້ການທ່ອງທ່ຽວອາຊຽນ ມີຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເດີນ ທາງທ່ອງທ່ຽວໄປ-ມາຫາສູ່ກັນ ມີຄວາມສະດວກຫລາຍຂຶ້ນ.

ໃນຕົ້ນປີ 2022, ລັດຖະບານລາວ ໄດ້ມີນະໂຍບາຍເປີດການທ່ອງທ່ຽວ ໃນຮູບແບບ ເຂດການທ່ອງທ່ຽວສີຂຽວ ໂດຍໃຫ້ມີການບໍລິການຂອງ ບໍລິສັດທ່ອງທ່ຽວຂອງລາວເຮົາ, ແລະ ໄດ້ປະກາດເປີດປະເທດເຕັມຮູບແບບຢ່າງເປັນທາງການ ໃນເດືອນພຶດສະພາ 2022 ຜ່ານມາ. ໃນໄລຍະໄຕມາດທຳອິດຂອງປີ 2022 ນີ້, ສາມາດຕ້ອນຮັບນັກທ່ອງທ່ຽວພາຍໃນຫລາຍກວ່າ 626.825 ເທື່ອຄົນ ແລະ ນັກທ່ອງທ່ຽວສາກົນ 35.980 ເທື່ອຄົນ ແລະ ຄາດວ່າໃນທ້າຍປີນີ້ ຈະມີນັກທ່ອງທ່ຽວສາກົນ ມາທ່ຽວລາວນັບມື້ເພີ່ມຂຶ້ນ.

ຂໍ້ມູນຂ່າວ: ສຸພາສະຫວັນ

ພາບ: ຂັນໄຊ

error: Content is protected !!