ສະຖານະການໂລກເຮັດໃຫ້ລາຄາອາຫານເພີ່ມ ແລະ ຖ່ວງດຶງເສດຖະກິດໂລກຫຼຸດລົງ

ທ່າມກາງສະຖານະການໂລກໃນປັດຈຸບັນ, ສອງອົງການຊັ້ນນຳຂອງໂລກເຊັ່ນ: ອົງການກອງທຶນເງິນຕາສາກົນ (IMF) ກ່າວເຕືອນວ່າ ເສດຖະກິດໂລກອາດຈະແຕກອອກເປັນຊິ້ນນ້ອຍໆ ອັນເປັນຜົນມາຈາກສະຖານະການໂລກໃນປັດຈຸບັນ ພ້ອມທັງລະບຸວ່າ ການສູນເສຍຄວາມຊື່ສັດທີ່ກໍ່ໂຕຂຶ້ນຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາຈະເຮັດໃຫ້ໂລກທຸກຍາກ ແລະ ມີຄວາມສ່ຽງຫຼາຍຍິ່ງຂຶ້ນ.

ທ່ານນາງ ຄຣິສຕາລິນາ ຈໍເຈຍວາ ຜູ້ອຳນວຍການ IMF ລະບຸວ່າ ປະເທດຕ່າງໆຄວນຫຼຸດຜ່ອນອຸປະສັກທາງດ້ານການຄ້າເພື່ອບັນເທົາພາວະຂາດແຄນ ແລະ ຫຼຸດລາຄາສິນຄ້າ ຫຼັງຈາກທີ່ຫຼາຍກວ່າ 30 ປະເທດອອກມາດຕະການຈຳກັດການຄ້າໃນຂະແໜງອາຫານ, ພະລັງງານ ແລະ ສິນຄ້າທີ່ສຳຄັນອື່ນໆ. ທ່ານນາງ ຈໍເຈຍວາ ໄດ້ສະແດງຄວາມຄິດເຫັນຮ່ວມກັບທ່ານ ກີຕາ ໂກປິນາດ ຮອງຜູ້ອຳນວຍການ IMF ແລະ ທ່ານ ເຈລາ ປາຊາບາຊິໂອກູນ ຫົວໜ້າພະແນກຍຸດທະສາດ ນະໂຍ ບາຍ ແລະ ການກວດສອບຂອງ IMF ໂດຍລະບຸວ່າ ປະເທດຕ່າງໆຄວນສ້າງຄວາມຫຼາກຫຼາຍດ້ານການນໍາເຂົ້າເພື່ອຮັກສາຕ່ອງໂຊ່ການສະໜອງ ແລະ ຫຼຸດຜ່ອນການສູນເສຍດ້ານການຜະລິດຈາກພາວະຕິດຂັດຕ່າງໆ. ໃນຂະນະທີ່ G20 ຊຶ່ງເປັນກຸ່ມປະເທດເສດຖະກິດຂະໜາດໃຫຍ່ທີ່ສຸດຂອງໂລກຄວນພັດທະນາຂອບການເຮັດວຽກຮ່ວມກັນເພື່ອຮັບມືກັບການປັບໂຄງສ້າງໜີ້ ຊຶ່ງຈະນຳໄປສູ່ການແກ້ໄຂບັນຫາດ້ານຄວາມອ່ອນແອ.

ບົດລາຍງານຂອງ IMF ລະບຸວ່າ ຕົ້ນທຶນຂອງຄວາມແຕກແຍກທີ່ເພີ່ມຂຶ້ນນັ້ນຈະສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ປະເທດຕ່າງໆ ແລະ ປະຊາຊົນທີ່ມີລາຍໄດ້ທຸກລະດັບຈະໄດ້ຮັບຜົນກະທົບ ນັບຕັ້ງແຕ່ຜູ້ທີ່ມີລາຍໄດ້ສູງ ແລະ ພະນັກງງານທີ່ມີລາຍໄດ້ປານກາງໄປຈົນເຖິງແຮງງານທີ່ມີລາຍໄດ້ຕ່ຳ ຊຶ່ງຕ້ອງອາໄສອາຫານນຳເຂົ້າເພື່ອການດຳລົງຊີວິດ, ປະຊາຊົນຈໍານວນຫຼາຍຂຶ້ນຈະຕ້ອງພັດພາກຈາກບ້ານເກີດເມືອງນອນ.

ທາງດ້ານ ອອກແຟັມ (Oxfam) ຊຶ່ງເປັນອົງກອນການກຸສົນຂອງອັງກິດຮຽກຮ້ອງໃຫ້ລັດຖະບານປະເທດຕ່າງໆດຳເນີນການຢ່າງວ່ອງໄວ ເພື່ອຈັດການກັບບັນຫາຄວາມບໍ່ສະເໝີພາບທີ່ເພີ່ມຂຶ້ນເລື້ອຍໆໃນໄລຍະການແຜ່ລະບາດຂອງພະບາດໂຄວິດ-19, ຂະນະທີ່ການເພີ່ມຂຶ້ນຂອງລາຄາພະລັງງານ ແລະ ອາຫານ ໄດ້ສ້າງແຮງກົດດັນຕໍ່ປະຊາຊົນຫຼາຍລ້ານຄົນທົ່ວໂລກ. ບົດລາຍງານຂອງ Oxfam ລະບຸວ່າ ຈໍານວນມະຫາເສດຖີທົ່ວໂລກເພີ່ມຂຶ້ນ 573 ຄົນນັບຕັ້ງແຕ່ປີ 2020 ມາຢູ່ທີ່ເກືອບ 2.700 ຄົນໃນປັດຈຸບັນ. ອີງຕາມຂໍ້ມູນຈາກວາລະສານຟອບ (Forbes) ເປີດເຜີຍວ່າ ມູນຄ່າຄວາມຮັ່ງມີສະສົມຍັງເພີ່ມຂຶ້ນມາຢູ່ທີ່ເກືອບ 3,8 ລ້ານໆໂດລາມາຢູ່ທີ່ລະດັບ 12,7 ລ້ານໆໂດລາ ໂດຍກຸ່ມມະຫາເສດຖີຈາກພາກອຸດສາຫະກຳອາຫານ ແລະ ພະລັງງານຕ່າງກໍມີລາຍໄດ້ເພີ່ມຂຶ້ນ ເນື່ອງຈາກລາ ຄາສິນຄ້າທີ່ປັບໂຕເພີ່ມຂຶ້ນ.

ນອກຈາກນີ້, ການປະສົມປະສານກັນຂອງພະຍາດໂຄວີດ-19 ບັນຫາຄວາມບໍ່ສະເໝີພາບທີ່ເພີ່ມຂຶ້ນ ແລະ ການເພີ່ມຂຶ້ນຂອງລາຄາອາຫານອາດຈະສົ່ງຜົນໃຫ້ປະຊາຊົນ 263 ລ້ານຄົນຕົກຢູ່ໃນສະພາບທີ່ທຸກຍາກຂັ້ນຮ້າຍແຮງໃນປີ 2022 ຊຶ່ງປັດໄຈນີ້ຈະຖ່ວງດຶງຄວາມກ້າວໜ້າທີ່ດຳເນີນມາຫຼາຍສິບປີ. ບົດລາຍງານລະບຸວ່າ ປະຊາຊົນຫຼາຍລ້ານຄົນທົ່ວໂລກກຳລັງປະເຊີນກັບວິກິດຄ່າຄອງຊີບ ເນື່ອງຈາກຜົນກະທົບຂອງພະຍາດໂຄວິດ-19 ລວມເຖິງລາຄາສິນຄ້າທີ່ຈຳເປັນໄດ້ແກ່ ອາຫານ ແລະ ພະລັງງານທີ່ເພີ່ມຂຶ້ນຢ່າງວ່ອງໄວ, ບັນຫາຄວາມບໍ່ສະເໝີພາບ ຊຶ່ງຮຸນແຮງມາຕັ້ງແຕ່ກ່ອນພະຍາດໂຄວິດ-19 ລະ ບາດນັ້ນ ຈຶ່ງຮ້າຍແຮງລົງໄປອີກ.

ເມື່ອກາງເດືອນພຶດສະພາທີ່ຜ່ານມາ, ທ່ານ ອັນໂຕນິໂອ ກູເຕີເຣສ ເລຂາທິການສະຫະປະຊາຊາດ (UN) ກ່າວວ່າ ສະຖານະການໂລກໃນປັດຈຸບັນເຮັດໃຫ້ປະຊາກອນຫຼາຍສິບລ້ານຄົນທົ່ວໂລກຕ້ອງປະເຊີນກັບບັນຫາຄວາມບໍ່ແນ່ນອນທາງດ້ານອາຫານທີ່ກໍ່ໃຫ້ເກີດພາວະໂພຊະນາການ, ພາວະອຶດຫິວ ແລະ ພາວະເຂົ້າຍາກໝາກແພງຖ້າຫາກທຸກຄົນຮ່ວມມືກັນທົ່ວໂລກກໍຈະມີປະລິມານອາຫານພຽງພໍ ແຕ່ຖ້າຍັງບໍ່ສາມາດແກ້ບັນຫາສະຖານະການໂລກໃນປັດຈຸບັນໄດ້ກໍຈະຕ້ອງປະເຊີນກັບບັນຫາການຂາດແຄນອາຫານທົ່ວໂລກໃນອີກບໍ່ເທົ່າໃດເດືອນຂ້າງໜ້າ.

ທ່ານ ກູເຕີເຣສ ຍັງໄດ້ກ່າວເຕືອນວ່າ ບໍ່ມີວິທີໃດທີ່ຈະແກ້ບັນຫາວິກິດອາຫານໄດ້ຢ່າງມີປະສິທິພາບ ຖ້າຫາກອູແກຣນຍັງບໍ່ສາມາດຜະລິດອາຫານເພື່ອສົ່ງອອກສູ່ຕະຫຼາດໂລກ ຊຶ່ງລວມເຖິງການຜະລິດປຸ໋ຍຈາກຣັດເຊຍ ແລະ ເບລາຣຸສຊີ. ນອກຈາກນີ້, ຍັງລະບຸວ່າ ປັດຈຸບັນຍັງມີອາຫານພຽງພໍໃນໂລກຂອງພວກເຮົາ ຖ້າຫາກພວກເຮົາລົງມືປະຕິບັດດ້ວຍກັນ ແຕ່ຖ້າຫາກພວກເຮົາບໍ່ແກ້ບັນຫາໃນວັນນີ້ພວກເຮົາອາດຈະປະເຊີນກັບບັນຫາການຂາດແຄນອາຫານທົ່ວໂລກໃນບໍ່ເທົ່າໃດເດືອນຂ້າງໜ້ານີ້.

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

error: Content is protected !!