ພົບວັດຖຸບູຮານທີ່ເກົ່າແກ່ຈຳນວນ 237 ຕົວຢ່າງ​ ເຊິ່ງຝັງໄວ້ໃຕ້ດິນ ຢູ່ທີ່ຜາສາດຫີນ ວັດພູຈໍາປາສັກ 

ມີການລາຍງານຂອງເພຈ ໃນວັນທີ 30 ມິຖຸນາ 2022 ໃນເວລາ 14:24:22 ໂມງ ໂດຍໃສ່ຫົວຂໍ້ວ່າ : Korean cultural heritage investigation team discovers 317 relics in Laos Temple

ໄດ້ມີການຄົ້ນພົບ ວັດຖຸບູຮານ ທີ່ເກົ່າແກ່ ປະເມີນຄ່າບໍ່ໄດ້ ຈຳນວນ 237 ຕົວຢ່າງ​ ເຊິ່ງຝັງໄວ້ໃຕ້ດິນ ຢູ່ທີ່ຜາສາດຫີນ ວັດພູຈໍາປາສັກ ເມືອງ ຈຳປາສັກ, ແຂວງ ຈຳປາສັກ.

ໂດຍຄະນະນັກສຳຫລວດບູຮານຄະດີ ຈາກ ປະເທດ ເກົາຫຼີໃຕ້ ເດີນທາງເຂົ້າມາຊ່ວຍ ສປປ ລາວ ບູຣະນະປະຕິສັງຂອນຜາສາດຫີນວັດພູ ໃນການສຳຫລວດກວດກາໃນຄັ້ງນີ້ ໄດ້ມີການຄົ້ນພົບວັດຖຸບູຮານ 237 ຕົວຢ່າງ​ ເຊິ່ງປະກອບມີ ຄໍາ, ແຫວນ ອັນຍະມານີ, ພຣະພຸດທະຮູບ ທີ່ຝັງໄວ້ໃຕ້ດິນ, ເຊິ່ງຄາດວ່າວັດຖຸບູຮານດັ່ງກ່າວສ້າງໃນສະໄຫມຂອມ ທີ່ຈະເຣີນຮຸ່ງເຮືອງ ແລະ ແຜ່ອິດທິພົນມາສູ່ດິນແດນຂົງເຂດນີ້ເມືອປະມານ​ 900 ປີກ່ອນ.​

ລາຍລະອຽດ ແມ່ນສາມາດເຂົ້າເບິ່ງໄດ້ຕື່ມອີກທີ່ ເພຈ : https://m.k-odyssey.com/news/newsview.php…

error: Content is protected !!