ເຈ້ທິບ ຖືກແຈ້ງຄວາມ ໃນຂໍ້ຫາ ສໍ້ໂກງຊັບພົນລະເມືອງ

ປກສ ນະຄອນຫຼວງ ວຽງຈັນ ໄດ້ຮັບແຈ້ງຄວາມຈາກ ນາງ. ກ (ນາມສົມໝຸດ) ທີ່ຕົກເປັນຜູ້ເສຍຫາຍຈາກການສໍ້ໂກງເງິນຂອງ ເຈ້ທິບ ໃນຂໍ້ຫາ ສໍ້ໂກງຊັບພົນລະເມືອງ.

ເຊິ່ງເນື້ອໃນແຈ້ງຄວາມແມ່ນ ໃນເວລາ 19:00 ໂມງ ຂອງວັນທີ 10 ມັງກອນ 2022 ນາງ ພອນທິບ ໄຊປັນຍາ ຫຼື (ເຈ້ທິບ), ອາຍຸ 30 ປີ, ສັນຊາດລາວ, ອາຊີບນັກທຸລະກິດ, ປັດຈຸບັນ ຢູ່ບ້ານ ໂພນຕ້ອງສະຫວາດ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ຕົວະ ນາງ.ກ ອາຍຸ 27 ປີ, ສັນຊາດລາວ, ອາຊີບຄ້າຂາຍ, ປັດຈຸບັນ ຢູ່ບ້ານ ຮ່ອງແກ, ເມືອງ ໄຊເຊດຖາ, ນະຄອນຫຼວງ ວຽງຈັນ ໂອນເງິນຝາກ ເອົາດອກເບ້ຍ.

ໃນຊ່ວງເວລາດັ່ງກ່າວ ຜູ້ກ່ຽວໄດ້ຫຼິ້ນ ເຟສບຸກ ຕາມປົກກະຕິ ຈາກນັ້ນ ໄດ້ໄປເຫັນນາງ ພອນທິບ ໂພສລົງໃນ ເຟດບຸກ ສ່ວນຕົວວ່າ ຮັບຝາກເງິນເອົາດອກເບ້ຍ 30% ຕໍ່ເດືອນ, ຈາກນັ້ນ ຜູ້ກ່ຽວຈຶ່ງໄດ້ມີຄວາມສົນໃຈຢາກຈະຝາກ ຈຶ່ງໄດ້ໂທລະສັບໄປ ຕົກລົງນຳນາງ ພອນທີບ, ເມື່ອຕົກລົງກັນສຳເລັດ, ນາງ ພອນທິບ ໄດ້ບອກໃຫ້ ນາງ.ກ ໂອນເງິນມາຝາກ ຈຳນວນຫຼາຍຄັ້ງຄິດເປັນ ເງິນທັງໝົດ 2,600,000,000 ກີບ (2,6 ຕື້ກີບ) ກັບ ເງິນໂດລາ 180,000 ໂດລາ ແລະ ເງີນບາດ 3,500,000 ບາດ (3,5 ລ້ານບາດ) ຜູ້ກ່ຽວຈຶ່ງໄດ້ໂອນ.

ຫຼັງຈາກໂອນເງິນໃຫ້ນາງ ພອນທິບ ແລ້ວເມື່ອຮອດມື້ເອົາດອກເບ້ຍ ນາງ ພອນທິບ ກໍບໍ່ຈ່າຍໃຫ້ຜູ້ກ່ຽວ ຈົນມາ ຮອດວັນທີ 29 ມິຖຸນາ 2022 ຈຶ່ງໄດ້ຮູ້ວ່າ ນາງ ພອນທິບ ໄດ້ລັກໜີອອກຈາກ ປະເທດລາວ ແລ້ວ ແລະ ໂທລະສັບຫາກໍບໍ່ໄດ້

ດັ່ງນັ້ນ, ຈຶ່ງໄດ້ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອດຳເນີນຄະດີກັບ ນາງ ພອນທິບ ໄຊປັນຍາ ຕາມຂັ້ນຕອນຂອງກົດໝາຍ.

error: Content is protected !!