ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ

ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ນາຊາຍທອງ ໃຫ້ຮູ້ວ່າ: ວັນທີ 27 ມິຖຸນາ 2022, ໄດ້ຮັບແຈ້ງຈາກບ້ານຜາງແຫ້ງວ່າ ໄດ້ພົບເຫັນຊາກສົບຄົນຢູ່ ໜອງນໍ້າ ເຂດ ບ້ານຜາງແຫ້ງ ຈິ່ງໄດ້ແຕ່ງຕັ້ງກຳລັງລົງກວດກາຊັນນະສູດສະ ຖານທີ່ເກີດເຫດ ພົບເຫັນຊາກສົບເປັນເພດຍິງ ແລະ ຊາບຊື່ໃນເວລາຕໍ່ມາ ຊື່ ນາງ ຄໍາຫວານ ອາຍຸ 55 ປີ ພັກເຊົາຢູ່ບ້ານຜາງແຫ້ງ ເມືອງ ນາຊາຍທອງ.

ເຈົ້າໜ້າທີ່ຈິ່ງເກັບກໍາຂໍ້ມູນຫຼັກຖານເບືອງຕົ້ນຮູ້ໄດ້ວ່າ ນາງ ຄຳຫວານ ຖືກຜົວລົງມືຄາດຕະກໍາ, ຮອດເວລາ 14:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶງຕິດຕາມຈັບຕົວ ທ້າວ ແຫຼ້ ອາຍຸ 66 ປີ ໄດ້ຢູ່ເຂດບ້ານນາຝາຍ ເມືອງທຸລະຄົມ ແຂວງວຽງຈັນ ມາດຳເນີນຄະດີ.

ຜ່ານການສອບສວນ ທ້າວ ແຫຼ້ ສາລະພາບວ່າ: ໄດ້ລົງມືຄາດຕະກໍານາງ ຄຳຫວານ ຜູ້ເປັນເມຍ ສາເຫດເກີດມາຈາກ ການຫຶງຫວງ ຜິດຖຽງກັນ ຮຸນແຮງ, ມີການກະທົບທາງດ້ານຈິດໃຈ ຈົນບໍ່ສາມາດຢັບຢັ້ງຈິດໃຈຕົນ ເອງໄດ້, ໃນວັນທີ 11 ພຶດສະພາ 2022 ຈິ່ງລົງມືຄາດຕະກໍານາງ ຄຳຫວານ ດ້ວຍວິທີໃຊ້ມືກົດຫົວເມຍລົງໜອງນໍ້າ ປະມານ 2 ນາທີ ພາໃຫ້ຂາດອາກາດ ຫາຍໃຈ ເປັນເຫດໃຫ້ເສຍຊີວິດ; ຫຼັງຈາກນັ້ນ ກໍກັບຂຶ້ນໄປນອນ; ຕົກມາຮອດເວລາ 6:00 ໂມງ ຂອງວັນທີ 12 ພຶດສະພາ 2022 ເຫັນຊາກສົບຟູນໍ້າຂຶ້ນມາ ຈິ່ງໄດ້ເອົາຊາກສົບໃສ່ກະສອບເປົາ ພ້ອມທັງເອົາດິນບ໋ອກສອງກ້ອນມັດໃສ່ສາຍເຫຼັກລວດເຕັງໄວ້, ແລ້ວໄປ ຍັດໃສ່ກ້ອງກະຊັງປາ ຈາກນັ້ນກໍເອົາຕົວຫຼົບໜີ ໄປຢູ່ແຂວງວຽງຈັນ; ມາຮອດວັນ 27 ມິຖຸນາ 2022 ຈິ່ງຖືກເຈົ້າໜ້າທີ່ຈັບຕົວ.

ຕໍ່ກັບຄະດີດັ່ງກ່າວ ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ອອກຄຳສັ່ງເປີດການສືບສວນ ສອບສວນ ສະຫຼຸບສໍານວນຄະດີສົ່ ງໄອຍະການ ປະຊາຊົນດໍາເນີນຄະດີຕາມກົດໝາຍ.

ຂໍ້ມູນຂ່າວ: ປກສ ນະຄອນຫຼວງ

error: Content is protected !!