ເອເຊຍ ເລັ່ງຈັດຕັ້ງປະຕິບັດເປົ້າໝາຍຫັນເປັນສີຂຽວ

ຕາມ​ຂ່າວ​ຈາກ VOVWORLD, ວັນ​ທີ 21​ ເມສາ​ ນີ້, ບັນດາປະເທດ ເອເຊຍ ພວມເຄື່ອນໄຫວ ຢ່າງຮີບ​ດ່ວນ ແລະ ມີຄວາມຮັບຜິດຊອບ ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງຫັນເປັນສີຂຽວ ເພື່ອຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດຫລັງ​ຈາກ ກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລື ເອເຊຍ ໂປອາວ (BFA) ຕາມບົດລາຍງານ ທີ່ມີຊື່ວ່າ “ການພັດທະນາ ແບບຍືນຍົງ: ບົດລາຍງານປະຈຳປີ ເອເຊຍ ແລະ ໂລກ ປີ 2022” ແລ້ວ, ໄລ່ຮອດທ້າຍປີ 2021, ມີ 25 ປະເທດ ເອເຊຍ ຍົກອອກຄໍາໝັ້ນ ສັນຍາຫລຸດຜ່ອນການປ່ອຍອາຍພິດລົງ ໃນລະດັບ 0 (net–zero) ເພື່ອເພີ່ມທະວີວຽກງານຄຸ້ມຄອງບັນຫານີ້, ລັດຖະບານບັນດາປະເທດ ເອເຊຍ ໄດ້ປະຕິບັດຫລາຍມາດຕະການລວມທັງການສ້າງຕັ້ງຄະນະກຳມະການຕ່າງໆ ແລະ ກຸ່ມການນຳຂັ້ນສູງ ຕິດຕາມ ກວດກາວິວັດທະນະການກໍ່ສ້າງ ແລະ ປະຕິບັດຍຸດທະສາດ net–zero ຂອງປະເທດ, ກຳນົດບັນດາເປົ້າໝາຍ ຫລຸດຜ່ອນການປ່ອຍອາຍພິດ ກາກບອນ ແລະ ຂັ້ນຕອນປະຕິບັດ ເພື່ອບັນລຸໄດ້ເປົ້າໝາຍນີ້ ກໍຄື ສ້າງລະບົບ ຊື້-ຂາຍກາກບອນ.

ຂະນະ​ທີ່ ວິສາຫະກິດ ຫລາຍແຫ່ງຢູ່ ເອເຊຍ ກໍຕັ້ງໜ້າໃນຂັ້ນປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ມີວິສາຫະກິດ 440 ແຫ່ງເຂົ້າຮ່ວມ ຂໍ້ລິເລີ່ມເປົ້າໝາຍ ໂດຍອີງໃສ່ພື້ນຖານວິທະຍາສາດ. ຕາມນັ້ນແລ້ວ, ບັນດາ ວິສາຫະກິດເຫລົ່ານີ້ ກໍໝູນໃຊ້ຫລາຍແບບວິທີ ເພື່ອຫັນເປັນສີຂຽວ, ໃນນັ້ນ ມີການຫັນໄປສູ່ພະລັງງານຜະລິດ ຄືນໃໝ່ ແລະ ສ້າງໂຄງປະກອບຄຸ້ມຄອງແບບຍືນຍົງ.

error: Content is protected !!