ຈຳປາສັກ-ອຸບົນ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ

ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ – ໄທ ລະ ຫວ່າງ ແຂວງຈຳປາສັກ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກ ໄທ ຄັ້ງທີ 14 ໄດ້ມີຂຶ້ນ ໃນວັນທີ 28 ມິຖຸນາ ນີ້ ທີ່ໂຮງແຮມຈຳປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ສປປ ລາວ. ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງ ຈໍາປາສັກ ແລະ ທ່ານ ພົງຣັດ ພິຣົມຣັດ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ, ມີທ່ານຮອງເຈົ້າແຂວງ ຈຳປາສັກ, ທ່ານຮອງຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ, ມີຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງສອງຝ່າຍ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ຄະນະຜູ້ແທນສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນການຈັດ ຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ ແຂວງຈຳປາສັກ ກັບ ຈັງຫວັດອຸບົນຣາຊະທານີ ຄັ້ງທີ 13, ໃນລະຫວ່າງວັນທີ 30 ກັນຍາ ຫາ 1 ຕຸລາ 2019 ທີ່ ຈັງຫວັດອຸບົນຣາຊະທານີ ແຫ່ງ ຣາຊະອານາຈັກ ໄທ ຊຶ່ງທັງສອງຝ່າຍເຫັນວ່າກົນໄກການຮ່ວມມືດັ່ງກ່າວ ເປັນສັນຍາລັກແຫ່ງການຮ່ວມມືທີ່ໃກ້ຊິດ ລະຫວ່າງ ແຂວງຈໍາປາສັກ ກັບ ຈັງຫວັດອຸບົນຣາຊະທານີ ແລະ ຍັງສະແດງໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນ ແລະ ຄວາມພະຍາຍາມໃນການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ, ລວມທັງການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ລະຫວ່າງສອງທ້ອງຖິ່ນນັບມື້ນັບດີຂຶ້ນ ແລະ ສອງຝ່າຍ ສະໜັບສະໜູນ ແລະ ປະຕິບັດແຜນງານ ບົນພື້ນຖານຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນ ລະ ຫວ່າງສອງປະເທດ ເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ຂອງປະຊາຊົນສອງຝ່າຍເຮັດໃຫ້ຊາຍແດນ ລະຫວ່າງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາໃຫ້ມີຄວາມສະຫງົບໝັ້ນຄົງຕະຫຼອດໄປ, ຜູ້ແທນສອງຝ່າຍໄດ້ຄົ້ນຄວ້າກຳນົດກົນໄກ ແລະ ຂອບການຮ່ວມມື ເນື້ອໃນຂອງບົດບັນທຶກ ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14 ນີ້ ເພື່ອສືບຕໍ່ ແລະ ເພີ່ມທະວີການພົວພັນຮ່ວມມືໃນຫຼາຍດ້ານເຊັ່ນ: ການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ; ການຮ່ວມມືໃນການຮັກສາເສັ້ນຊາຍແດນ ລາວ-ໄທ; ການຮ່ວມມືໃນການຮັກສາປ້ອງກັນຕະຝັ່ງເຈື່ອນ ແລະ ການແກ້ໄຂບັນຫາຕາມລໍາແມ່ນ້ຳຂອງ; ການອໍານວຍຄວາມສະດວກ ແລະ ຮັກສາຄວາມປອດໄພໃນການເຂົ້າ-ອອກຕາມບໍລິເວນຈຸດຜ່ານແດນ; ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດ; ການຮ່ວມມືໃນກໍລະນີບຸກຄົນ ຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ; ການຮ່ວມມືດ້ານການຕໍ່ຕ້ານການຄ້າມະນຸດ; ການຮ່ວມມືໃນການພັດທະນາສີມືແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດ; ການຮ່ວມມືທາງດ້ານເສດຖະກິດ; ການຮ່ວມມືໃນການປ້ອງກັນການລັກລອບຊື້-ຂາຍສັດປ່າ ແລະ ເຄື່ອງປ່າຂອງດົງທີ່ຜິດກົດໝາຍ; ການຮ່ວມມືດ້ານສາທາລະນະສຸກ ແລະ ການຮ່ວມມືດ້ານການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs).

ນອກຈາກນັ້ນ, ຄະນະຜູ້ແທນສອງຝ່າຍຍັງໄດ້ສະແດງຄວາມຍິນດີ ຕໍ່ການເດີນທາງຢ້ຽມຢາມຣາຊະອານາຈັກໄທຢ່າງເປັນທາງການຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໂອກາດທີ່ທັງສອງຝ່າຍເຫັນດີຍົກລະດັບການພົວພັນ ລາວ-ໄທ ເປັນຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ຍິນດີຕໍ່ຜົນສໍາເລັດການຈັດກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ໃນລະຫວ່າງວັນທີ 3-4 ພະຈິກ 2021 ທີ່ບາງກອກ, ຣາຊະອານາຈັກໄທ ຊຶ່ງທັງສອງຝ່າຍໄດ້ຮ່ວມມືກັນຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມດັ່ງກ່າວໃຫ້ເປັນຮູບປະທໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ແລະ ຄວາມຈະເລີນວັດທະນາສູ່ປະຊາຊົນສອງຊາດ ທັງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສືບຕໍ່ສ້າງພື້ນຖານອັນໜັກແໜ້ນ ເພື່ອກ້າວໄປສູ່ການຍົກລະດັບການພົວພັນຮ່ວມມືໃຫ້ເປັນ “ຄູ່ຮ່ວມມືຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ໃນອະນາຄົດ ແລະ ຮ່ວມຍິນດີ ຕໍ່ຜົນສໍາເລັດການຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສອງປະເທດ ລາວ-ໄທ ຄົບຮອບ 70 ປີ ດ້ວຍຜົນສໍາເລັດຢ່າງຈົບງາມໃນເດືອນທັນວາ 2021 ຜ່ານມາ.

(ຂໍ້ມູນຂ່າວ: ທັດຊະນະ)

 

error: Content is protected !!