ເຈົ້າໜ້າທີ່ ນຳກວດກາຄົນເລ້ລ້ອນແຄມທາງເຂົ້າສູນສົງເຄາະ

ຮອ ນາງ ອ່າງ ບຸດສະດີ ວັນທີ 23 ມິຖຸນາ 2022 ປກສ ກຸ່ມວັດຈັນ ເມືອງ ຈັນທະບູລີ ສົມທົບກັບອໍານາດອົງການປົກຄອງບ້ານ,ຫ້ອງ ການແຮງງານເມືອງ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ລົງກວດກາແກ້ໄຂຄົນເລ້ລ້ອນ ແລະ ຄົນບ້າໄບ້ເສຍຈິດ ທີ່ຢູ່ໃນພື້ນທີ່ ກຸ່ມວັດຈັນ 12 ຄົນ, ຍິງ 1 ຄົນ. ເຈົ້າໜ້າທີ່ ປກສ ກຸ່ມວັດຈັນ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນໍາ ຂອງຫົວໜ້າກອງບັນຊາການ ປກສ ເມືອງ ກໍ່ຄືທິດຊີ້ນໍາ ຂອງທ່ານເຈົ້າເມືອງຈັນທະບູລີ, ປກສ ກຸ່ມວັດຈັນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກວດກາແກ້ໄຂຄົນເລ້ລ້ອນ ແລະ ຄົນບ້າໄບ້ເສຍຈິດໄດ້ ຈໍານວນ 12 ຄົນ, ຍິງ 01 ຄົນ ຢູ່ 4 ຈຸດ ຄື:

ຈຸດວັດອິນແປງ, ວັດມີໄຊ, ຂ້າງສະຖານທູດ ລາວ-ອາເມຣິກາ ( ເກົ່າ ) ຢູ່ບ້ານ ຊຽງຢືນ ແລະ ສະໜາມກິລາເດີ່ນເຈົ້າອານຸວົງ ທີ່ມີການເຄື່ອນໄຫວເລາະຂໍເງິນ ແລະ ວັດຖຸທີ່ຂອງຕາມຫ້າງຮ້ານຕ່າງໆ ບ່ອນມີນັກທ່ອງທ່ຽວເລາະໄປມາ. ເພື່ອເປັນການຄຸ້ມຄອງ ແລະ ສ້າງບັນຍາກາດ ສັງຄົມ ປກສ ກຸ່ມວັດຈັນ ຈຶ່ງສົມທົບກັບ ພະແນກແຮງງານສະຫວັດດີການສັງຄົມ ນວ ແລະ ເມືອງ ຈຶ່ງສົມທົບກັບລົງແກ້ ນຳຕົວເອົາກຸ່ມຄົນດັ່ງກ່າວສົ່ງເຂົ້າສູນສົງເຄາະ ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ຄຸ້ມຄອງ ແລະ ຄວບຄຸມການປະພຶດຕໍ່ໄປ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງ ວຽງຈັນ

error: Content is protected !!