ອຸດົມໄຊ ສ້າງຂະບວນອອກແຮງງານ ຕ້ອນຮັບວັນສຳຄັນຂອງແຂວງ

ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ອົງການພັດທະນາ ແລະ ບໍລິຫານຕົວເມືອງ ເມືອງ ໄຊ ໄດ້ນໍາພາພະນັກງານ-ລັດຖະກອນ ຈາກພາກສ່ວນຕ່າງໆ ອ້ອມຂ້າງແຂວງອຸດົມໄຊ ສ້າງຂະບວນການ ອອກແຮງງານ ລວມ ຢູ່ພາຍໃນເທສະບານ ແຂວງ ເພື່ອເປັນການຫ້າງຫາກະກຽມ ຂໍ່ານັບຮັບຕ້ອນ ການສະເຫລີມສະຫລອງ ວັນສຳຄັນຂອງແຂວງ ໂດຍສະເພາະ ວັນສ້າງຕັ້ງແຂວງອຸດົມໄຊ ແລະ ວັນສ້າງຕັ້ງ ກຳລັງ ປ້ອງກັນຄວາມສະຫງົບ ແຂວງອຸດົມໄຊ ຄົບຮອບ 60 ປີ ທີ່ຈະມາເຖິງໃນມໍ່ໆນີ້. ນອກນັ້ນ ຍັງເປັນການເຮັດໃຫ້ສະຖານທີ່ໃນຈຸດຕ່າງໆ ພາຍໃນເທສະບານແຂວງ ມີຄວາມສະອາດ ແລະ ງາມຕາ.

ການອອກແຮງງານດັ່ງກ່າວ ປະກອບມີ: ປັດ, ກວາດ, ອະນາໄມ, ເກັບຂີ້ເຫຍື້ອ,ຕັດ-ຖາງຫຍ້າ ຢູ່ບໍລິເວນ ເສັ້ນທາງຫລວງ, ສະຖານທີ່ສໍາຄັນຂອງແຂວງ ຄື: ອານຸສາວະລີ ປະທານໄກສອນ ພົມວິຫານ, ສະໂມສອນ ແຂວງ, ວັດພູທາດ ໄຊມຸງຄຸນ ຣັດຕະນະມິ່ງເມືອງ ແລະ ອື່ນໆ, ນອກນັ້ນ ຍັງໄດ້ອະນາໄມ ແລະ ທາສີ ຕາມຂອບທາງ, ຂົວ ລວມທັງບົວລະບັດຮັກສາ, ຕັດແຕ່ງຕົ້ນໄມ້ ແລະ ສ່ວນດອກໄມ້ ຕາມສຳນັກງານຫ້ອງການ.

ສໍາລັບ ການສ້າງຂະບວນການອອກແຮງງານລວມ ແມ່ນຈະໄດ້ມີການເຄື່ອນ ໄຫວທຸກໆອາທິດ ຈົນກວ່າ ຈະຮອດມື້ ສະເຫລີມສະຫລອງວັນສ້າງຕັ້ງ ແຂວງອຸດົມໄຊ ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງ ຄົບຮອບ 60 ປີ ໃນວັນທີ 15 ກໍລະກົດ 2022 ນີ້.

ຂໍ້ມູນຂ່າວ: ຄານມະນີ ຮຽນດໍຈັນ

error: Content is protected !!