ເພີ່ມຖ້ຽວລົດໄຟຜູ້ໂດຍສານຈາກນະຄອນຫຼວງ ວຽງຈັນ ຫາ ຫຼວງພະບາງ ໃນວັນທີ 1-3 ກໍລະກົດ 2022

ເຖິງຜູ້ໂດຍສານທຸກທ່ານ:

ບໍລິສັດລົດໄຟ ລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານພາຍໃນ ແລະ ນັກທ່ອງທ່ຽວທີ່ມາທ່ຽວ ລາວ, ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໃນວັນທີ 1-3 ກໍລະກົດ, ລາຍລະອຽດມີດັ່ງນີ້:

ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫຼວງ ວຽງຈັນ ເວລາ 8:30 ແລະ ຮອດສະຖານີ ຫຼວງພະບາງ ເວລາ 10:20 ໂມງ;

ລົດໄຟຖ້ຽວ C91 ອອກຈາກ ຫຼວງພະບາງ ເວລາ 10:50 ແລະ ຮອດສະຖານີ ນະຄອນຫຼວງ ວຽງຈັນ ມາຮອດ 13:05 ໂມງ.

error: Content is protected !!