ເຈົ້າໜ້າທີ່ສຶກສາອົບຮົມ ຜູ້ໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງ ຄັ້ງທີ 2

ໃນວັນທີ 27 ມິຖຸນາ 2022 ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວ ເດຊາ ອາຍຸ 29 ປີ, ນັກທຸລະກິດ ບ້ານ ສີສັງວອນ, ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ ມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ.

ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ: ໃນຄັ້ງທຳອິດເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດໄດ້ຮຽກ ທ້າວ ເດຊາ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວແລກປ່ຽນເງິນຕາ ບໍ່ຖືກຕ້ອງຕາມລະບຽບກົດໝາຍອີກ, ຕໍ່ມາວັນທີ 13 ມິຖຸນາ2022 ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ກ່ຽວໄດ້ສືບຕໍ່ມີການເຄື່ອນໄຫວໂຄສະນາແລກປ່ຽນເງິນຕາຕ່າງປະເທດຜ່ານສື່ສັງຄົມອອນລາຍອີກເປັນຄັ້ງທີ 2 ເຫັນວ່າການກະທຳຂອງຜູ້ກ່ຽວແມ່ນເປັນການກະທຳຜິດຊໍ້າ,ບໍ່ເຂັດຫຼາບ. ສະນັ້ນ; ເຈົ້າໜ້າທີ່ຈຶ່ງໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ຜູ້ກ່ຽວໃນຂໍ້ກ່າວຫາ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມມາດຕາ 285 ແລະ ການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017.

ໃນການນຳຮຽກຕົວຄັ້ງນີ້ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບຖະບຽນວິສະຫະກິດແລະໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງີນຕາແລະບໍ່ມີມອບພັນທະອາກອນໃຫ້ລັດ, ເຈົ້າຫນ້າທີ່ສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດຫມາຍ.

ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ 2022 ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີສໍາຮອງມີລາຍລະອຽດດັ່ງລຸ່ມນີ້:ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ ( ຈໍານວນ 102 ຄັ້ງ ).ເງິນໂດລາ ໂອນອອກຈໍານວນ: 226.332 ໂດລາ ( ຈໍານວນ 63 ຄັ້ງ )ເງິນບາດ ໂອນເຂົ້າຈໍານວນ: 12,599,136 ບາດ ( ຈໍານວນ 223 ຄັ້ງ )ເງິນບາດ ໂອນອອກຈໍານວນ: 11,885,610 ບາດ ( ຈໍານວນ 93ຄັ້ງ) ເງິນກີບໂອນເຂົ້າຈໍານວນ:14,452,782,000ກີບ (ຈໍານວນ1,117ຄັ້ງ) ເງິນກີບໂອນອອກຈໍານວນ: 14,665,630,196 ກີບ ( ຈໍານວນ 1,631 ຄັ້ງ ).

ປັດຈຸບັນ,ເຈົ້າໜ້າທີ່ຕໍາຫຼວດກໍາລັງສືບສວນ-ສອບສວນຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມພົວພັນໃນການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

error: Content is protected !!