ບໍລິສັດທາງດ່ວນ ຈະເກັບ ຄ່າບໍລິການຜ່ານທາງດ່ວນ ຕາມອັດຕາແລກປ່ຽນເງີນກີບ/ໂດລາ  ເລີ່ມວັນທີ 1 ກໍລະກົດ ເປັນຕົ້ນໄປ

ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນ ຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງິນກີບ ຕາມອັດຕາແລກປ່ຽນເງິນກີບ ກັບ ເງິນໂລາສະຫະລັດ

ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ໄດ້ດໍາເນີນການບໍລິການເກັບອັດຕາຄ່າຜ່ານທາງດ່ວນ ຕາມອັດຕາທີ່ໄດ້ກໍານົດໄວ້ໃນສັນຍາສໍາປະທານ ໂດຍບໍ່ມີການປ່ຽນແປງແຕ່ຢ່າງໃດ, ແຕ່ປັດຈຸບັນ ການດໍາເນີນທຸລະກິດໄດ້ຮັບຜົນກະທົບຈາກການເໜັງຕີງຂອງອັດຕາແລກປ່ຽນຂອງເງິນກີບ ກັບ ເງິນໂດລາສະຫະລັດ.

ເພື່ອໃຫ້ບໍລິສັດຮ່ວມທືນພັດທະນາທາງດ່ວນ ລາວ-ຈີນ ສາມາດດໍາເນີນທຸລະກິດພາຍໃຕ້ສະພາບອັດຕາແລກປ່ຽນມີການເໜັງຕີງຫລາຍ ສະນັ້ນ, ນັບຕັ້ງແຕ່ວັນທີ 01 ເດືອນກໍລະກົດ 2022 ເວລາ 00:00 ໂມງເປັນຕົ້ນໄປບໍລິສັດທາງດ່ວນຈະໄດ້ປະຕິບັດການເກັບອັດຕາຄ່າບໍລິການຜ່ານທາງດ່ວນທີ່ເປັນເງິນກີບ ຕາມອັດຕາແລກປ່ຽນເງິນກີບ ກັບ ເງິນໂລາສະຫະລັດ ທີ່ທະນາຄານແຫ່ງ ສປປ ລາວ ປະກາດໃນຄັ້ງວັນທີ 27 ມິຖຸນາ 2022 ພ້ອມດຽວກັນນີ້ ກໍ່ໄດ້ສົ່ງໜັງສືລາຍງານຫາກະຊວງແຜນການ ແລະ ການລົງທຶນແລ້ວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານ ຜູ້ທີ່ເຂົ້າມາໃຊ້ບໍລິການທາງດ່ວນ ເພື່ອຮັບຊາບຕາມເນື້ອໃນຈິດໃຈນີ້ດ້ວຍ.

error: Content is protected !!