ມາເລເຊຍ ເລັ່ງໃຫ້ການຊ່ວຍເຫລືອປະຊາຊົນຮັບມືກັບໄພເງິນເຟີ້

ອີງຕາມ​ຂ່າວ​ຈາກ​ ກົວ​ລາ​ລຳ​ເປີ, ວັນ​ທີ 26 ​ມິຖຸນາ​ນີ້, ມາ​ເລ​ເຊຍ ກຽມ​ໃຊ້​ງົບປະມານ​ ກ້ອນ​ໃຫຍ່​ທີ່​ສຸດ ​ໃນ​ປະຫວັດສາດ ​ໃນ​ປີ​ນີ້ 7.73 ຕື້​ຣິງກິດ ທັງ​​ເງິນ​ອຸດ​ໜູນ ​ແລະ​ ເງິນສົດ ​ເພື່ອ​ຊ່ວຍຫລຸດຜ່ອນຜົນ​ກະທົບ​ຈາກ​ສິນຄ້າ ​ຂຶ້ນ​ລາຄາ ​ແລະ ຊ່ວຍ​ປະຊາຊົນຮັບ​ມື​ກັບ​ໄພ​ເງິນ​ເຟີ້ ຫລັງ​ຈາກ ​ເງິນ​ເຟີ້ ປະຈຳ​ເດືອນ​ ພຶດສະພາ ​ເພີ່ມ​ຂຶ້ນ 5,2% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

ຂະນະ​ທີ່ ລັດຖະບານ ມາ​ເລ​ເຊຍ ​ພວມ​ກະກຽມງົບປະມານ 5.1 ຕື້​ຣິງກິດ ​ເພື່ອ​ໜູນ​ຊ່ວຍ​ຜູ້​ບໍລິ​ໂພ​ກ​ ເຊັ່ນ: ພະລັງງານ, ​ໄຟຟ້າ ​ແລະ ສະບຽງ​ອາຫານ,​ໂດຍ​ຖື​ວ່າ​ລາຄາ​ສິນຄ້າ​ຍັງ​ຄົງ​ຢູ່ ໃນ​ລະດັບ​ປັດຈຸ​ບັນ ພ້ອມ​​ທີ່​ຈະ​ ໃຫ້ການ​ຊ່ວຍ​ເຫລືອໃນ​ຮູບ​ແບບ​ເງິນ​ສົດ 1.17 ຕື້​ຣິງ​ກິດ ການອຸດ​ໜູນ ​ອື່ນໆ​ອີກ 1.46 ຕື້ຣິງກິດ.

ສໍາລັບ​ທ້າຍເດືອນ​ ມິຖຸນາ ​ນີ້ ຈະ​ໃຊ້​ເງິນ 400 ລ້ານຣິງກິດ ຊ່ວຍ​ຄອບຄົວຮັບ​ມືຄ່າ​ອາຫານ ​ແລະ ຄ່າ​ຄອງ​ຊີບ​ ​ເພີ່ມ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ.

ຂໍ້ມູນຂ່າວ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!