ລາວ ກວດພົບນໍ້າມັນເຊື້ອໄຟ 700 ລ້ານລິດຕໍ່ປີ ທີ່ນໍາເຂົ້າໂດຍບໍ່ແຈ້ງເສຍພາສີ

ການນໍາເຂົ້ານໍ້າມັນເຊື້ອໄຟຕາມການລາຍງານຂອງພາກສ່ວນທີ່ກ່ຽວຂ້ອງພົບວ່າທົ່ວປະເທດລາວໄດ້ມີການນໍາເຂົ້າປະມານ 1,200 ລ້ານລິດຕໍ່ປີ, ແຕ່ຜ່ານການກວດສອບຕົວຈິງໂດຍການເກັບກໍາ ຂໍ້ມູນຈາກປະເທດທີ່ ລາວ ເຮົາໄດ້ນໍາເຂົ້ານໍ້າມັນຈາກ ສສ ຫວຽດນາມ ແລະ ປະເທດໄທ ຫຼື ຜ່ານປະເທດດັ່ງກ່າວພົບວ່າມີຈໍານວນ 1,900 ລ້ານລິດ/ປີ, ນັ້ນໝາຍຄວາມວ່າ 700 ລ້ານລິດນັ້ນສາມາດເວົ້າໄດ້ວ່າແມ່ນການລັກລອບນໍາເຂົ້າຍ້ອນວ່າບໍ່ໄດ້ເສຍພາສີອາກອນ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດທີ່ກອງ ປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອມໍ່ໆມານີ້.

ທ່ານ ພັນຄໍາ ໄດ້ຊີ້ແຈງຕື່ມອີກວ່າ: ນໍ້າມັນເຊື້ອໄຟ 700 ລ້ານລິດ ທີ່ບໍ່ມີການລາຍ ງານຕົວເລກໃຫ້ລັດຖະບານຮັບຮູ້ນັ້ນ ກໍໝາຍຄວາມວ່າ ມີເຈົ້າໜ້າທີ່ກ່ຽວ ຂ້ອງຂອງ ລັດຈໍານວນໜຶ່ງໄດ້ຮ່ວມກັບບໍລິສັດນໍາເຂົ້ານໍ້າມັນເຊື້ອໄຟທີ່ສວຍໂອກາດຫາຜົນປະໂຫຍດໃສ່ຕົວເອງບໍ່ໄດ້ຄິດເຖິງຜົນເສຍຫາຍທີ່ຈະສົ່ງຜົນກະທົບໃຫ້ປະເທດ ແຕ່ສິ່ງທີ່ເກີດຂຶ້ນ ນັ້ນແມ່ນເກີດຂຶ້ນຈາກການບໍລິຫານຂອງລັດຖະບານທີ່ບໍ່ຮັດກຸມ ແລະ ອ່ອນແອ, ດັ່ງນັ້ນຈະໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ ໂດຍສະເພາະບັນດາບໍລິສັດລັດທີ່ຖືຮຸ້ນ 100% ຊຶ່ງຈະບໍ່ມີການປັປຸງ ແຕ່ຈະເປັນການປະຕິຮູບ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

error: Content is protected !!