ເຈົ້າໜ້າທີ່ຕຳຫລວດ​ ຈີນ-ລາວ ກວດຢຶດຢາເສບຕິດ​ 1.​44 ໂຕນ

ອີງຕາມສຳ​ນັກ​ຂ່າວ​ ຊິນ​ຮວາ (xinhuathai.com/china/​), ວັນ​ທີ​ 25​ ມິຖຸນາ​  ນີ້, ​ເຈົ້າໜ້າ​ທີ່ຕຳຫລວດ​ ຈີນ ​ແລະ  ລາວ ​ໄດ້​ຮ່ວມ​ມື​ກັນ ສະກັດ​ກັ້ນ ການ​ລັກລອບຄ້າ​ຢາເສບ​ຕິດ​ຂ້າມ​ຊາຍ​ແດນ ​ໂດຍ​ໄດ້​ຈັບ​ກຸມ​ຜູ້​ຕ້ອງ​ສົງ​ໄສ 2​ ຄົນ ​ແລະ ກວດ​ຢຶດ ຢາ​ເສບ​ຕິດປະ​ເພດ ​ຢາ​ໄອ່ສ 1.​44​ ​ໂຕນ ຕາມ​ລຸ່ມ​ ແມ່​ນ້ຳຂອງ.

ຕະຫລອດໄລຍະ​ 3​ ປີ ຜ່ານມາ ​ໄດ້​ມີ​ການ​ປາບ​ປາມ​ ອາ​ຊະ​ຍາ​ກຳ​ ຂ້າມ​ຊາດຫລາຍ​ກວ່າ 8,​300 ຄະດີ ນຳ​ໄປ​ສູ່​ ການ​ຈັບ​ກຸມ ຜູ້​ຕ້ອງ​ສົງ​ໄສ​ແລ້ວ 8,​204 ຄົນ ​ແລະ ກວດ​ຢຶດ ຢາ​ເສບ​ຕິດ ລວມທັງ​ໝົດ 47,12​ໂຕນ.

ປັດຈຸບັນ ​ໄດ້​ມີ​ການ​ຮັບປະກັນດ້ານ​ຄວາມ​ໝັ້ນຄົງ ​ສາທາລະນະ ​ແລະ ການ​ປາບ​ປາມ ການ​ຄ້າຢາ​ເສບ​ຕິດ ​ໃນ​ລຸ່ມແມ່​ນ້ຳ ລ້ານ​ຊ້າງ-​ແມ່​ນ້ຳຂອງ ຖື​ເປັນ​ເສັ້ນທາງ ສຳຄັນສຳລັບ​ການ​ຂົນ​ສົ່ງ​ຂ້າມ​ຊາຍ​ແດນ.

error: Content is protected !!