ຈັບກຸ່ມຄໍເຊັນເຕີ້ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ

ໃນເດືອນມີຖຸນາ 2022, ກອງບັນຊາການ ປກສ ເມືອງ ໄຊທານີ, ນະຄອນຫຼວງງ ວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບ ໄດ້ຈຳນວນ 3 ຄົນ ຜົນເສຍຫາຍ 500 ລ້ານກວ່າກີບ, ຍ້ອນຫຼົງເຊື່ອກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍອ້າງໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກ ອອນລາຍ.

ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄຊທານີ ຜູ້ຊີ້ນຳວຽກງານຕຳຫຼວດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ວ່າ: ໃນເດືອນ ມິຖຸນາ 2022 ຜ່ານມາ, ກອງບັນຊາການ ປກສ ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບພົນລະເມືອງ ໄດ້ຈຳນວນ 3 ຄົນ ຄື: ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານ ໜອງພະຍາ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ, ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ບ້ານ ໂນນສະອາດ ເມືອງ ໄຊທານີ ແລະ ທ້າວ ຕູ່ ຢ່າງ ອາຍຸ 21 ປີ ຢູ່ບ້ານດົງໂດກ ຜົນເສຍຫາຍ 500 ລ້ານກວ່າກີບ.

ເຫດການເກີດຂື້ນຍ້ອນກຸ່ມຄໍເຊັນເຕີ ໄດ້ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ, ເມື່ອມີຜູູ້ຫຼົງເຊື່ອສະໝັກວຽກ (ຜູູ້ຖືກຫາ) ກໍ່ຈະໃຫ້ສົ່ງຮູບພາບບັດປະຈໍາຕົວ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ຫຼື ຄິວອາໂຄສ ໃຫ້ກຸ່ມຄໍເຊັນເຕີ້ ໂດຍອ້າງວ່າຈະນຳໃຊ້ເອກະສານເຫຼົ່ານີ້ ເພື່ອຢັ້ງຢືນສະໝັກວຽກ (ໂດຍການຕິດຕໍ່ແມ່ນຜ່ານວັອດແອັບເບີໂທລະສັບ 020 97621388, 020 91563693, 020 9734 0947) ໂດຍອ້າງວ່າຜູ້ກ່ຽວຊື່ນາງ ດາ.

ຫຼັງຈາກນັ້ນ, ກຸ່ມຄໍເຊັນເຕີ້ ກໍຈະໂພສຮັບແລກປ່ຽນເງິນຕາ ຫຼື ຕ້ອງການແລກປ່ຽນເງິນຕາ ທາງເຟສບຸກເພຈ “ຮ້ານແລກປ່ຽນເງິນຕາ ເງິນດ່ວນ CSN ແລະ ເພຈອື່ນໆ ເພື່ອຫາລູກຄ້າ (ຜູ້ຖືກເສຍຫາຍ) ເມື່ອມີຄົນຕິດຕໍ່ຫາເພື່ອແລກປ່ຽນເງິນຕາ ແລ້ວກໍຈະໃຫ້ຜູ້ທີ່ສະໝັກວຽກທາງອອນລາຍ ຕ່າງໜ້າໄປພົບກັບລູກຄ້າ ໂດຍຈະມີການນັດແນະໃຫ້ບອກກັບລູກຄ້າວ່າ ນາງ ດາ ແລະ ພວກກ່ຽວ ເປັນຍາດພີ່ນ້ອງກັນ ແລະ ສະເໜີເງິນຄ່າຕອບແທນໃຫ້. ເມື່ອລູກຄ້າໂອນເງີນໃຫ້ແກ່ຜູ້ຕ່າງໜ້ານາງ ທີ່ໝັກວຽກກັບນາງດາ, ແລ້ວຫຼັງຈາກນັ້ນນາງ ດາ ກໍ່ຈະສັ່ງການ ໃຫ້ເອົາເງິນທີ່ສໍ້ໂກງມາໄປແລກເປັນເງິນບາດ ແລະ ໂອນເຂົ້າບັນຊີເງິນຝາກຢູ່ປະເທດໄທ (ໂດຍມີການຫັກຄ່າຈ້າງໃຫ້ແກ່ຜູ້ທີ່ໄປໂອນ).

ຕໍ່ກັບບັນຫາດັ່ງກ່າວ, ພັທ ສຸລີວັນ ແກ້ວມະນີວົງ ໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິໃນການແລກປ່ຽນເງີນຕາຄວນແລກປ່ຽນຢູ່ຕາມຮ້ານແລກປ່ຽນເງິນຕາທີ່ໄດ້ຮັບການອະນຸຍາດ ຫຼື ຕົວແທນຂອງທະນາຄານ ເພື່ອຫຼີກລ້ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ. ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຊອກຫາວຽກງານເຮັດງານທຳ ກ່ອນຈະສະໝັກວຽກງານໃຫ້ມີສະຕິໃນການກວດສອບເບິ່ງຄືນວ່າບໍລິສັດທີ່ຈະສະໝັກວຽກມີຕົວຕົນ ຫຼື ບໍ່ ແລະ ບໍ່ຄວນສົ່ງຮູບເອກະສານບັດປະຈໍາຕົວ, ໜັງສືຜ່ານແດນ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ໃຫ້ແກ່ບຸກຄົນອື່ນ ເພາະທ່ານອາດຈະກາຍເປັນຜູ້ມີສ່ວນຮ່ວມໃນການກະທຳຜິດ ໂດຍບໍ່ຮູ້ຕົວ ແລະ ຈະຖືກດຳເນີນຄະດີຕາມກົດໝາຍ.

ພາບ-ຂໍ້ມູນຂ່າວ: ໜັງສືພິມຄວາມສະຫງົບ

error: Content is protected !!