ລາວ-ຈີນ ເລີ່ມດຳເນີນການຄ້າດ້ານພະລັງງານໄຟຟ້າ ລະຫວ່າງປະເທດ

ເມື່ອບໍ່ດົນມານນີ້, ການຄ້າ ພະລັງງານໄຟຟ້າ ລະຫວ່າງ ສອງປະເທດ ລາວ-ຈີນ ໄດ້ເລີ່ມຂຶ້ນຢ່າງເປັນທາງການ ໂດຍການນຳເອົາຕາຂ່າຍໄຟຟ້າລາວເຊື່ອນຕໍ່ເຂົ້າກັບຕາຂ່າຍໄຟຟ້າຢູ່ ເມືອງ ສິບສອງພັນນາ, ແຂວງ ຢຸນນານ ສປ ຈີນ ຜ່ານສາຍສົ່ງໄຟຟ້າ 115 ກິໂລໂວນ (KV) ຈາກສະຖານີ ດອງເມີງ ສປ ຈີນ ຫາ ສະຖານີນາໝໍ້ ລາວ.

ຂໍ້ມູນຈາກ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຈີນ ຢຸນນານສາກົນ ຈຳກັດ ໄດ້ໃຫ້ຮູ້ວ່າ: ໃນເດືອນທັນວາ ປີ 2009, ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຈີນ ໄດ້ສຳເລັດການສົ່ງພະລັງ ງານໄຟ້ຟ້າຜ່ານສາຍສົ່ງໄຟຟ້າ 115 KV ເຂົ້າສູ່ປະເທດລາວ ໂດຍຜ່ານດ່ານສາກົນເມິງລາ ເມືອງ ສິບສອງພັນນາ, ແຂວງ ຢຸນນານ, ມາຮອດທ້າຍປີ 2021 ບໍລິສັດໄດ້ສົ່ງພະລັງ ງານໄຟຟ້າສູ່ພາກເໜືອຂອງລາວແລ້ວ ເກືອບ 1,100 GWh ເພື່ອເສີມສ້າງພື້ນຖານໂຄງລ່າງ ແລະ ການຂະຫຍາຍຕົວເສດຖະກິດຂອງລາວ. ຜ່ານການຄົ້ນຄວ້າ ແລະ ເຈລະຈາຫລາຍຄັ້ງ, ມາຮອດວັນທີ 9 ມີນາ 2022 ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຈີນ ຢຸນນານ ສາກົນ ຈຳກັດ ແລະ ລັດວິສາຫະກິດໄຟຟ້າລາວ ໄດ້ລົງນາມສັນຍາການຊື້-ຂາຍພະລັງ ງານໄຟຟ້າຂອງໂຄງການການເຊື່ອມຕໍ່ຕາຂ່າຍໄຟຟ້າ 115 KV ລະຫວ່າງສອງຊາດ ລາວ-ຈີນ ໃນກອງປະຊຸມຄະນະການຮ່ວມມືດ້ານພະລັງງານໄຟຟ້າ ລາວ-ຈີນ ຄັ້ງທີ 2 ທີ່ຮ່ວມກັນຈັດຂຶ້ນ ໂດຍກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງຊາດລາວ ແລະ ກົມພະລັງງານແຫ່ງຊາດ ຈີນ. ຫລັງຈາກນັ້ນ, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ພ້ອມສໍາເລັດວຽກງານກະກຽມດ້ານການຄ້າ ແລະ ເຕັກນິກ ເຮັດໃຫ້ໂຄງການທົດລອງການສົ່ງໄຟຟ້າໂດຍສາຍສົ່ງ 115 KV ຈາກ ດອງເມິງ-ນາໝໍ້ ປະສົບຜົນສຳເລັດຢ່າງຈົບງາມ ໃນວັນທີ 21 ພຶດສະພາ ແລະ ເຮັດໃຫ້ການສົ່ງໄຟຟ້າ ລະຫວ່າງ ລາວ-ຈີນ ມີເງື່ອນໄຂຄວາມພ້ອມດຳເນີນງານ.

ປັດຈຸບັນ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ ຈີນ ແລະ ຄູ່ຮ່ວມມືຝ່າຍ ລາວ ກຳລັງຊຸກຍູ້ໂຄງການການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 KV ລະຫວ່າງ ສອງປະເທດ ລາວ-ຈີນ ໂດຍຜ່ານການເຊື່ອມຕໍ່ຕາຂ່າຍໄຟຟ້າແຮງດັນສູງ ແລະ ການຄ້າພະລັງງານໄຟຟ້າຂະໜາດໃຫຍ່ ເພື່ອຂະຫຍາຍການແລກປ່ຽນພະລັງງານໄຟຟ້າ ລະຫວ່າງສອງປະເທດ ພ້ອມຊຸກຍູ້ການຈັດສັນພະລັງງານສະອາດໃນທົ່ວພາກພື້ນ.

error: Content is protected !!