ໄທ-ລາວ-ຫວຽດນາມ ມີແຜນການເປີດສາຍລົດເມເຊື່ອມຕໍ່ກັນ

ຕາມ​ຂ່າວ​ຈາກ ເວັບໄຊ https://thainews.prd.go.th/th/news/detail ,​ເມື່ອ​ບໍ່​ດົນ​ມາ​ນີ້ ລາຍ​ງານ​ວ່າ: ໄທ ພວມປຶກສາຫາລືກັບ ລາວ ແລະ ຫວຽດນາມ ກ່ຽວກັບເລື່ອງເປີດສາຍ ລົດເມໃໝ່ ເຊື່ອມຕໍ່ບັນດາສະຖານທີ່ມີຊື່ສຽງຂອງ 3 ປະເທດໂດຍຜ່ານເສັ້ນທາງ R12 ຈາກ ນະຄອນພະມົມ ຂອງ ໄທ ໄປເທດສະບານ ທ່າແຂກ ແຂວງ  ຄຳມ່ວນ, ທາງພາກກາງຂອງ ລາວ ແລະ ໄປຮອດແຂວງ ຮ່າຕິ້ງ ຂອງ ຫວຽດນາມ.

ໄລຍະທາງຈາກ ນະຄອນພະນົມ ໄປຮອດ ຮ່າຕິ້ງ ແມ່ນ 300 ກມ. ກະຊວງຄົມມະນາຄົມ ຂົນສົ່ງໄທ ໃຫ້ຮູ້ວ່າ: ພວມມານະພະຍາຍາມ ສົ່ງເສີມ ວິວັດການ ເປີດສາຍລົດເມ ດັ່ງກ່າວ, ລວມທັງເລື່ອງສະເໜີ ໃຫ້ ລາວ ເປັນເຈົ້າພາບ ຈັດກອງປະຊຸມກຸ່ມ ປະຕິບັດງານ 3 ຝ່າຍ ຄັ້ງທີ 2 ​ໃນ​ໄວ້ໆ​ນີ້ ເພື່ອປຶກສາຫາລື ຮູບແບບ ການບໍລິການ ແລະ ຍົກອອກ ຂໍ້ຕົກລົງ ທາງການ ທີ່ກ່ຽວຂ້ອງ ເຖິງສາຍລົດເມນີ້.

error: Content is protected !!