ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍ ຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ

ໃນວັນທີ 27 ມິຖຸນາ 2022, ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ເຊິ່ງເປັນກົດໝາຍສ້າງໃໝ່ ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ປະກົດຜົນເປັນຈິງ. ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ ສສຊ ໄດ້ສຸມໃສ່ຄົ້ນຄ້ວາພິຈາລະນາ ແລະ ປະກອບຄຳເຫັນ ໃສ່ຮ່າງກົດໝາຍດັ່ງດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດຮັບຮອງ ເພື່ອນຳ ໄປຈັດຕັ້ງປະຕິບັດໃຫ້ມີຜົນສັກສິດ.

ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ກ່າວວ່າ: ໃນການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ໃນໄລ ຍະຜ່ານມາ ຂະແໜງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໄດ້ອີງໃສ່ນິຕິກໍາສະເພາະ ເປັນຕົ້ນແມ່ນ: ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍລະບຽບການຄຸ້ມຄອງ ແລະ ນໍາໃຊ້ທາດລະເບີດ ຢູ່ ສປປ ລາວ ສະບັບເລກທີ 39/ນຍ, ລົງວັນທີ 12 ກໍລະກົດ 2001; ຂໍ້ກໍານົດ ວ່າດ້ວຍລະບຽບການຄຸ້ມຄອງອາວຸດຍຸດໂທປະກອນ ສະບັບເລກທີ 3933/ກປທ, ລົງວັນທີ 20 ຕຸລາ 2015 (ຂອງກະຊວງປ້ອງກັນປະເທດ); ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງອາວຸດກະສູນ ສະບັບເລກທີ 681/ປກສ, ລົງວັນທີ 6 ກໍລະກົດ 2009 (ຂອງກະຊວງປ້ອງກັນຄວາມສະຫງົບ) ແລະ ຂໍ້ຕົກລົງວ່າ ດ້ວຍລາຍການສິນຄ້າທີ່ຕ້ອງຂໍອະນຸຍາດກ່ອນການນໍາເຂົ້າ ຫລື ສົ່ງອອກ ສະບັບເລກທີ 0333/ອຄ, ລົງວັນທີ 22 ມີນາ 2022 (ຂອງກະຊວງອຸດສາຫະກໍາ ແລະ ການຄ້າ). ແຕ່ເຖິງຢ່າງໃດກໍຕາມ, ກົດໝາຍ ທີ່ເປັນບ່ອນອີງສະເພາະໃຫ້ວຽກງານດັ່ງກ່າວ ແມ່ນຍັງບໍ່ທັນມີ; ເຮັດໃຫ້ການຈັດຕັ້ງປະຕິບັດພົບຄວາມຫຍຸ້ງຍາກ ແລະ ຍັງບໍ່ທັນ ເປັນລະບົບເທົ່າທີ່ຄວນ ຖ້າທຽບໃສ່ບັນດາປະເທດໃນພາກພື້ນ ກໍຄືບັນດາປະເທດອ້ອມຂ້າງ ເປັນຕົ້ນ: ສປ ຈີນ ແລະ ສສ ຫວຽດນາມ ແມ່ນມີກົດໝາຍຄຸ້ມຄອງເປັນອັນສະເພາະແລ້ວ. ຍ້ອນເຫັນໄດ້ບັນຫາ ແລະ ປະ ກົດການຫຍໍ້ທໍ້ ທີ່ເກີດຂຶ້ນຈາກການນໍາໃຊ້ ອາວຸດ ແລະ ວັດຖຸລະເບີດ ທີ່ບໍ່ຖືກຕ້ອງໃນສັງຄົມ ທີ່ມີລັກສະ ນະເພີ່ມຂຶ້ນ, ລັດຖະບານ ຈຶ່ງໄດ້ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ກະຊວງປ້ອງກັນປະເທດ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ຮ່າງກົດໝາຍດັ່ງກ່າວຂຶ້ນມາຄຸ້ມຄອງ ໂດຍກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ, ວຽກງານຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ໃນທົ່ວສັງຄົມ ເພື່ອຮັບປະກັນໃຫ້ແກ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືຂະແໜງການທີ່ກ່ຽວຂ້ອງ ປະຕິບັດວຽກງານດັ່ງກ່າວ ໄດ້ຢ່າງຖືກຕ້ອງ, ສອດຄ່ອງກັບກົດໝາຍ ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນ ລະບຽບ ຮຽບ, ປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ຮ່າງກົດໝາຍສະບັບດັ່ງກ່າວ ປະກອບດ້ວຍ IX ພາກ, 9 ໝາວດ ແລະ 67 ມາດຕາ ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະເປັນພື້ນຖານອັນສໍາຄັນ ທາງດ້ານກົດໝາຍ ໃນການຮັບປະກັນສະຖຽນລະພາບຄວາມໝັ້ນຄົງ, ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ເປັນບ່ອນອີງໃຫ້ແກ່ເຈົ້າໜ້າທີ່ ຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານການຄຸ້ມຄອງ ອາວຸດ ແລະ ວັດ ຖຸລະເບີດ ແລະ ຮັບປະກັນໃຫ້ແກ່ການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ຂອງສັງຄົມຕາມທິດປົກຄອງດ້ວຍກົດໝາຍ; ສາມາດແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ທີ່ກ່ຽວຂ້ອງກັບບັນຫາດັ່ງກ່າວ ຢ່າງຂາດຕົວ ແລະ ຈະເຮັດໃຫ້ບັນຫາການລັກລອບຊື້-ຂາຍ, ການມີໄວ້ໃນຄອບຄອງ ແລະ ການນໍາໃຊ້ອາວຸດເຖື່ອນ ໃນສັງຄົມຫລຸດຫນ້ອຍລົງ, ຍ້ອນມີມາດຕະການໃນການຈັດຕັ້ງປະຕິບັດທີ່ເຂັ້ມງວດ.

ຂໍ້ມູນຂ່າວ: ສົມຫວັງ

ພາບ: ເກດສະໜາ

 

 

 

 

error: Content is protected !!