ພົບເຫັນການລັກລອບຫາປາ ຢູ່ເຂດວັງສະຫງວນປາກນໍ້າຄານ ຫາ ແກ້ງຍອງ

ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ-ຫຼວງພະບາງ, ແຂວງ ຫຼວງພະບາງ ໄດ້ສົມທົບຫ້ອງການກະສິກຳ ແລະ ປ່າໄມ້ ນະຄອນ-ຫຼວງພະບາງ, ມີເຈົ້າໜ້າທີ່ ປກສ ກຸ່ມເມືອງງາ, ປກສ ກຸ່ມວິຊຸນ ແລະ ອົົງການປົກຄອງບ້ານໝືນນາ ໄດ້ລົງກວດກາລາດຕະເວນ ເຂດສະຫງວນອະນຸລັກຊີວະນາໆພັນ ຢູ່ປາກນໍ້າຄານລະຫວ່າງບ້ານ ໂພສະອາດ ແລະ ບ້ານ ຊຽງທອງຄີລີ ຫາ ແກ້ງຍອງ ເຂດບ້ານ ຜານົມ, ນະຄອນ-ຫຼວງພະບາງ ຫວ່າງບໍ່ດົນມານີ້.

ການລົງກວດກາຄັ້ງນີ້ ພາຍໃຕ້ແຜນງານ, ມາດຕະການລະບຽບການຂອງເຂດວັງສະຫງວນໄດ້ກໍານົດໄວ້ ແລະ ໄດ້ຮັບການແຈ້ງຂອງພົນລະເມືອງດີ ໃນຂອບເຂດດັ່ງກ່າວວ່າ: ມີຄົນລັກລອບຫາປາ ຢູ່ບໍລິເວນວັງສະຫງວນ ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມກວດກາທັງໝົດ 9 ຄົນ ແລະ ກໍໄດ້ພົບເຫັນປະຊາຊົນລັກລອບຫາປາ ໃນເຂດວັງສະຫງວນ ປາກນໍ້າຄານ ຫາ ແກ້ງຍອງ, ໃນນີ້ມີມອງ 14 ດາງ, ເບັດ 100 ຄັນ, ຜຽກ 6 ເສັ້ນ, ໄຊ 2 ຫຼັງ, ຕຸ້ມ 2 ໜ່ວຍ ຊຶ່ງໄດ້ຢຶດເຄື່ອງມືທີ່ຫາປາທັງໝົດ 124 ອັນ ແລະ ໄດ້ນໍາປະຊາຊົນຜູ້ລັກລອບຫາປາໃນຄັ້ງນີ້ໄດ້ 1 ຄົນ ແລະ ໄດ້ນໍາສົ່ງໃຫ້ ປກສ ກຸ່ມວິຊຸນ ເພື່ອສຶກສາອົບຮົມ ແລະ ດໍາເນີນຄະດີ ຕາມລະບຽບກົດໝາຍ, ຕາມຂໍ້ຫ້າມໃນເຂບເຂດວັງສະຫງວນດັ່ງກ່າວ ແລະ ສໍາລັບອຸປະກອນຫາປານັ້ນ ແມ່ນໄດ້ນໍາມາທໍາລາຍຖິ້ມໝົດໃນວັນດຽວກັນ.

(ຂໍ້ມູນຂ່າວ-ພາບ ຄຳຫຼ້າ ລັດສະໝີ)

error: Content is protected !!