ອາຊຽນ ເພີ່ມທະວີໃນຫຼາຍຂະແໜງການເພື່ອແນໃສ່ຄຸ້ມຄອງໄພພິບັດທຳມະຊາດ

ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ໃນລະຫວ່າງວັນທີ 21 – 23 ມິຖຸນາຜ່ານມາ, ຄະນະກຳມະການ ອາຊຽນ ກ່ຽວກັບການຄຸ້ມຄອງໄພພິບັດທຳມະຊາດ (ACDM) ໄດ້ຈັດກອງປະຊຸມ ACDM ຄັ້ງທີ 40, ກອງປະຊຸມ ACDM-ຈີນ ຄັ້ງທີ 3, ກອງປະຊຸມ ACDM – ຍີ່ປຸ່ນ ຄັ້ງທີ 3 ແລະ ກອງປະຊຸມສະພາບໍລິຫານຄັ້ງທີ 16 ຂອງສູນປະສານງານ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ແລະ ຄຸ້ມຄອງໄພພິບັດທຳມະຊາດ ໂດຍຮູບແບບທາງໄກ.

ຂ່າວລະບຸວ່າ: ດ້ວຍຖານະເປັນປະທານ ACDM ປີ 2022, ກົມປ້ອງກັນ ແລະ ຫຼຸດຜ່ອນໄພທຳມະຊາດ ຂຶ້ນກັບກະຊວງພາຍໃນ ໄທ ໄດ້ເປັນປະທານຈັດຕັ້ງບັນດາກອງປະຊຸມດັ່ງກ່າວ. ກອງປະຊຸມໄດ້ຮັບຮູ້ຄວາມກ້າວໜ້າໃນການປະຕິບັດໂຄງການວຽກງານປະຕິບັດສັນຍາ ອາຊຽນ ກ່ຽວກັບການຄຸ້ມຄອງໄພ ພິບັດທຳມະຊາດ ແລະ ຮັບມືຢ່າງຮີບດ່ວນໄລຍະ 2021 – 2025, ຮັບຮອງເອົາແຜນການວຽກງານຄຸ້ມຄອງໄພທຳມະຊາດ ອາຊຽນ – ສ.ເກົາຫຼີ ໄລຍະ 2021 – 2025.

error: Content is protected !!