ເປີດອຸທິຍານແຫ່ງຊາດ ພູເຂົາຄວາຍ

ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີເປີດອຸທິຍານແຫ່ງຊາດ ພູເຂົາຄວາຍ ເມືອງ ທ່າພະບາດ ເຊິ່ງມີພື້ນທີ່ກວ້າງໃຫຍ່ໄພສານ, ເປັນເຂດທີ່ອຸດົມສົມບູນໄປດ້ວຍພັນສັດ, ພັນພືດ ແລະ ເຄື່ອງປ່າຂອງດົງມາແຕ່ດຶກດຳບັນ, ມີຮ່ອງຮອຍປະຫວັດສາດ ແລະ ວັດທະນາທໍາ ທີ່ມີຄວາມສໍາຄັນທາງດ້ານການທ່ອງທ່ຽວ ທຳມະຊາດ ແລະ ການສຶກສາຄົ້ນຄວ້າວິທະຍາສາດ.

ໂອກາດນີ້, ທ່ານ ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ກ່າວວ່າ: ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມກັບ ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້ານຳ ສະເໜີ ລັດຖະບານ ພິຈາລະນາອອກດຳລັດ ວ່າດ້ວຍການສ້າງຕັ້ງອຸທິຍານແຫ່ງຊາດພູເຂົາຄວາຍ ໃນທ້າຍປີ 2021 ຕາມດຳລັດ 733/ນຍ, ມີເນື້ອທີ່ທັງໝົດປະມານ 191,900 ເຮັກຕາ, ກວມເອົາ ເນື້ອທີ່ສ່ວນໜຶ່ງຂອງ 8 ເມືອງ ໃນ 3 ແຂວງ ແລະ ນະຄອນຫລວງວຽງຈັນ, ຖືເປັນ 1 ໃນ 6 ແຫລ່ງຂອງອຸທິຍານແຫ່ງຊາດ ໃນ ສປປ ລາວ ທີ່ມີບົດບາດສຳຄັນທາງດ້ານລະບົບນິເວດວິທະຍາ, ສິ່ງແວດລ້ອມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງບັນດາແຂວງ.

ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຕ້ອງໄດ້ເພີ່ມທະວີ ແລະ ມີຄວາມເປັນເອກະພາບສູງ ໃນບັນດາແຂວງທີ່ມີເນື້ອທີ່ຕິດຈອດ, ຕ້ອງໄດ້ ເອົາໃຈໃສ່ຮ່ວມກັນ ໃນການປະສານງານກັບທຸກພາກສ່ວນ ນັບແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ປະກອບສ່ວນ ເຂົ້າໃນການ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ ຖືເປັນນິມິດໝາຍສຳຄັນທີ່ສຸດຂອງພວກເຮົາ ທີ່ຈະໄດ້ພ້ອມກັນ ສືບຕໍ່ຜັນຂະຫຍາຍ ເນື້ອໃນຈິດໃຈ ດໍາລັດຂອງນາຍົກລັດຖະມົນຕີສະບັບເລກທີ 733/ນຍ, ລົງວັນທີ 30 ທັນ ວາ 2021 ວ່າດ້ວຍການ ສ້າງຕັ້ງອຸທິຍານແຫ່ງຊາດພູເຂົາຄວາຍ ເພື່ອເຮັດໃຫ້ເຂດອຸທິ ຍານແຫ່ງນີ້ ມີການຄຸ້ມຄອງ, ປົກປັກຮັກສາທີ່ເປັນລະບົບ, ມີຄວາມເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ໄດ້ຮັບການຮ່ວມມືທີ່ດີຈາກຊຸມຊົນທ້ອງຖິ່ນຢ່າງກວ້າງຂວາງ.

ຂໍ້ມູນຂ່າວ: ວຽງສະຫວັນ

error: Content is protected !!