ໄລຍະ 3 ເດືອນ ນັກທ່ອງທ່ຽວເຂົ້າມາ ຫລວງພະບາງ 67 ພັນກວ່າຄົນ

ນະຄອນ ຫລວງພະບາງ ເປັນເຂດທ່ອງທ່ຽວສີຂຽວ, ທັງເປັນເມືອງມໍລະດົກໂລກ, ເມືອງຍອດນິຍົມແຫ່ງການທ່ອງທ່ຽວ ແລະ ເປັນໂອກາດດີ ພິເສດຍ້ອນປີນີ້ໄດ້ມີການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ຈິ່ງສ້າງຄວາມສະດວກສະບາຍໃນການເດີນທາງໄປ-ມາລະຫວ່າງ ນະຄອນ ຫລວງພະບາງ ແລະ ແຂວງຕ່າງໆ ເຮັດໃຫ້ບັນຍາກາດການ ທ່ອງທ່ຽວມີຄວາມຄຶກຄື້ນດີຂຶ້ນ ເຊິ່ງໄລຍະ 3 ເດືອນຜ່ານມາ ສະເລ່ຍຕົວເລກນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫລວງພະບາງ 67,860 ຄົນ ທຽບໃສ່ໄລຍະປີຜ່ານມາເພີ່ມ 74%.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ໄດ້ໃຫ້ຮູ້ວ່າ: ປີໃໝ່ລາວຢູ່ນະຄອນຫລວງພະບາງ ກໍຄື ແຂວງຫລວງພະບາງ ປີນີ້ບໍ່ໄດ້ຈັດງານບຸນທີ່ຍິ່ງໃຫຍ່ຄືຜ່ານມາ ຍ້ອນສະພາບການລິບາດຂອງພະຍາດ ໂຄວິດ-19 ແຕ່ກໍຍັງມີມວນຊົນທີ່ເດີນທາງມາຈາກຕ່າງແຂວງມາທ່ອງທ່ຽວເປັນຈໍານວນຫລາຍ ເຊິ່ງສັງລວມນັກທ່ອງທ່ຽວໃນໄລຍະ 3 ເດືອນຜ່ານມາມີ 67,860 ເທື່ອຄົນ, ຖ້າທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເພີ່ມຂື້ນ 28,990 ເທື່ອຄົນເທົ່າກັບ 74%, ໃນນັ້ນເປັນນັກທ່ອງທ່ຽວພາຍໃນ 100%. ສະເພາະໃນໄລຍະບຸນປີໃໝ່ລາວ ມີນັກທ່ອງທ່ຽວຕ່າງແຂວງເຂົ້າມາຫລວງພະບາງຈໍານວນ 16,530 ເທື່ອຄົນ ເຊິ່ງສາເຫດທີ່ເຮັດໃຫ້ມີນັກທ່ອງທ່ຽວມາທ່ອງທ່ຽວຢູ່ຫລວງພະບາງ ເປັນຈໍານວນຫລາຍໃນໂອກາດປີໃໝ່ລາວປີນີ້, ຍ້ອນວ່າ ຫລວງພະບາງ ເປັນເມືອງທ່ອງທ່ຽວ, ການເດີນທາງໄປ ຫລວງພະບາງ ມີຄວາມສະດວກສະບາຍຫລາຍ ໂດຍສະເພາະການເດີນທາງດ້ວຍລົດໄຟ ລາວ-ຈີນ ທີ່ພວມໄດ້ຮັບຄວາມນິຍົມໃນ ປັດຈຸບັນ.

ຢ່າງໃດກໍຕາມ ເມື່ອມີນັກທ່ອງທ່ຽວເດີນທາງໄປຫລາຍຄືດັ່ງກ່າວ, ອົງການປົກຄອງແຂວງ ກໍຄື ອົງການປົກຄອງນະຄອນຫລວງພະບາງ ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງຕິດຕາມ ແລະ ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຢູ່ຕາມສະຖານທີ່ທ່ອງທ່ຽວຕ່າງໆ ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ພ້ອມທັງຮຽກຮ້ອງໃຫ້ນັກທ່ອງທ່ຽວທຸກຄົນ ເປັນເຈົ້າການປະຕິບັດມາດຕະການປ້ອງກັນພະຍາດ ໂຄວິດ-19 ຕາມທີ່ອົງການປົກຄອງແຂວງ ກໍຄື ອົງການປົກຄອງນະຄອນຫລວງພະບາງ ວາງອອກຮ່ວມກັນ.

ແຫຼ່ງຂໍ້ມູນ: ບຸນນິກ

error: Content is protected !!