ລັດຖະບານ ກຳລັງເອົາໃຈໃສ່ແກ້ໄຂ ຄວາມຫຍຸ້ງຍາກຂອງສະພາບເສດຖະກິດ

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ທີ່ດໍາເນີນມາຮອດວັນທີ 23 ມິຖຸນາ 2022, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃນພາກບ່າຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດ ຖະມົນຕີແຫ່ງ ໄດ້ຂຶ້ນຊີ້ແຈງຕື່ມ ຫລາຍບັນຫາກ່ຽວກັບຜົນງານການບໍລິຫານປະເທດ ໃນໄລຍະ 6 ເດືອນຕົ້ນປີ 2022, ພາຍຫລັງມີສະພາຊິກສະພາແຫ່ງຊາດ (ສສຊ) ຈໍານວນໜຶ່ງມີຄໍາຖາມເຈາະຈີ້ມຫລາຍຂົງເຂດວຽກງານ ໂດຍສະເພາະ ບັນຫາການແກ້ໄຂຄວາມບອບບາງທາງດ້ານສະພາບເສດຖະກິດ ໃນສະເພາະໜ້າ ແລະ ຍາວນານ.
ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ຮູ້ວ່າ: ສາເຫດຄວາມຫຍຸ້ງຍາກ ຂອງສະພາບເສດ ຖະກິດໃນປະເທດເຮົາໃນ ປັດຈຸບັນ ແມ່ນເກີດຈາກ 2 ສາເຫດຫລັກຄື: ສາເຫດນອກຕົວ ແມ່ນຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ແລະ ສະພາບວິກິດເສດຖະ ກິດໂລກ ແລະ ສາເຫດໃນຕົວ ແມ່ນຍ້ອນຢູ່ພາຍໃນພວກເຮົາຍັງບໍ່ມີຄວາມສະດຸ້ງໄວ ໃນການແກ້ໄຂບັນຫາ ຫລື ບໍ່ຢາກປ່ຽນແປງໄປສູ່ອັນໃໝ່. ແຕ່ແນວໃດກໍຕາມ, ລັດຖະບານ ກຳລັງເອົາໃຈໃສ່ຢ່າງໃກ້ຊິດ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວ ໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ, ເປົ້າໝາຍ ແລະ ຄາດໝາຍຕ່າງໆ ທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດ ກ່ຽວກັບການແກ້ໄຂສະພາບເສດຖະກິດ-ການເງິນ ບົນພື້ນຖານຍືດໝັ້ນຫລັກການເດັດຂາດ, ໂປງໃສ ແລະ ມີປະສິດທິຜົນ.
ສ່ວນບາງມາດຕະການຕົວຈິງ ໃນສະເພາະໜ້ານັ້ນ, ລັດຖະບານ ໄດ້ເພີ່ມທະວີຄວາມເດັດຂາດໃນການຄຸ້ມຄອງເງິນຕາຕ່າງປະເທດ, ຮ້ານແລກປ່ຽນ ແລະ ປະຕິບັດວິໄນເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍ; ປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ກໍາລັງຫັນເອົາຮ້ານແລກປ່ຽນເງິນຕາທັງໝົດ ໃຫ້ເຂົ້າສັງກັດທະນາຄານທຸລະກິດ ເພື່ອໃຫ້ອັດຕາການແລກປ່ຽນ ສອດຄ່ອງຕາມອັດຕາຊີ້ນໍາຂອງທະນາຄານ. ນອກນີ້ ລັດຖະບານ ໄດ້ອອກພັນທະບັດຈໍາໜ່າຍແກ່ສັງຄົມ ເພື່ອດຶງດູດແຫລ່ງທຶນສະກຸນເງິນກີບຈາກສັງຄົມ. ສ່ວນການແກ້ໄຂ ວິກິດນໍ້າມັນເຊື້ອໄຟນີ້, ລັດຖະບານ ໄດ້ປັບໂຄງສ້າງລາຄານໍ້າມັນ ຕາມຂອບເຂດທີ່ຄະນະປະຈໍາສະພາແຫ່ງຊາດໄດ້ອະນຸມັດ, ພ້ອມທັງໄດ້ໃຫ້ສິນເຊື່ອ ແກ່ບໍລິສັດນໍ້າມັນເຊື້ອໄຟລາວ ເພື່ອຈັດຊື້ນໍ້າມັນມາສະໜອງສັງຄົມ ແລະ ມອບໃຫ້ອີກ 4 ບໍລິສັດນໍ້າເຂົ້ານໍ້າມັນ ເປັນຜູ້ຄຸ້ມຄອງ ການຈັດຊື້ນໍ້າມັນເຊື້ອໄຟ. ພ້ອມນີ້, ລັດຖະບານ ມີແຜນຊອກວິທີທາງອື່ນໃນການຈັດຫານໍ້າມັນເຊື້ອໄຟ ເພື່ອສະໜອງໃຫ້ສັງຄົມໃນໄລຍະຍາວ, ສ່ວນລາຄານໍ້າມັນເຊື້ອໄຟ ແມ່ນຈະໃຫ້ເປັນໄປຕາມລາຄານໍ້າມັນໃນຕະຫລາດໂລກ.
ທ່ານນາຍົກລັດຖະມົນຕີ ຍັງໃຫ້ຮູ້ອີກວ່າ: ສໍາລັບ ການແກ້ໄຂດ້ານລາຄາສິນຄ້າ, ລັດຖະບານ ຈະປັບໂຄງສ້າງການນໍາເຂົ້າສິນຄ້າປະເພດຕ່າງໆ ເພື່ອຫລຸດຜ່ອນການຫລັ່ງ ໄຫລຂອງເງິນຕາຕ່າງປະເທດ ໂດຍຈະກໍານົດຕາມຄວາມເປັນຈິງວ່າ ສິນຄ້າປະເພດໃດທີ່ພວກເຮົາມີ ຫລື ຜະລິດໄດ້ ແມ່ນອາດໂຈະການນໍາເຂົ້າ. ນອກນີ້, ລັດຖະບານ ຈະສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ມີພຶດຕິກໍາສວຍໃຊ້ໂອກາດ ແລະ ໜ້າທີ່ຂອງຕົນ ເພື່ອສະແຫວງຜົນປະໂຫຍດແບບບໍ່ຊອບ ທໍາ ໃນສະພາບທີ່ປະເທດຊາດພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ຢຶນຢັນຈະເປີດໃຈຮັບຟັງຄໍາຕໍານິຕິຊົມ ທີ່ເປັນປະໂຫຍດຈາກສັງຄົມ ເພື່ອເປັນພື້ນຖານໃນການປັບປຸງລະບົບການເຮັດວຽກຂອງລັດຖະບານ ໃຫ້ດີກວ່າເກົ່າໃນຕໍ່ໜ້າ.
ຂໍ້ມູນຂ່າວ: ສຸພາສະຫວັນ
ຮູບ: ອ່າຍຄໍາ

error: Content is protected !!