ການຮັກສານໍ້ານົມແມ່ ບໍ່ໃຫ້ບູດ

  • ການເກັບມ້ຽນນໍ້ານົມແມ່ ງ່າຍທີ່ສຸດ ຄື ເກັບໄວ້ໃນຕູ້ເຢັນ.
  • ເກັບໄວ້ໃນຊ່ອງທຳມະດາ (ບໍ່ມີຂອງອື່ນປົນ) ເກັບໄວ້ໄດ້ປະມານ 5 ວັນ.
  • ຖ້າເກັບໄວ້ໃນຊ່ອງທຳມະດາ (ມີຂອງອື່ນປົນ) ຈະເກັບໄດ້ພຽງ 2-3 ວັນເທົ່ານັ້ນ.  
  • ຖ້າເກັບໄວ້ໃນຊ່ອງແຊ່ແຂງ ໂດຍບໍ່ປົນກັບອາຫານອື່ນ ຈະເກັບໄດ້ດົນເຖິງ 3 ເດືອນ, ສໍາລັບເຮືອນທີ່ບໍ່ມີຕູ້ເຢັນ ສາມາດເກັບນໍ້ານົມໄວ້ໃນກະຕິກນໍ້າກ້ອນແທນໄດ້, ບໍ່ຄວນເກັບໄວ້ບໍ່ເກີນ 4 ຊົ່ວໂມງ ເພາະຖ້າດົນກວ່ານີ້ ພູມຄຸ້ມກັນໃນນົມຈະຫຼຸດລົງ.
  • ກ່ອນເອົານົມໃສ່ຖົງທຸກຄັ້ງ ຈະຕ້ອງລີດອາກາດອອກກ່ອນມັດ ຫຼື ປິດຖົງ.

ນົມແມ່ແຊ່ແຂງ:

ນົມແມ່ແຊ່ແຂງ ກ່ອນທີ່ຈະໃຫ້ລູກກິນ ຄວນນຳມາໄວ້ຊ່ອງທຳມະດາກ່ອນ 1 ຄືນ ເພື່ອໃຫ້ລະລາຍ ຖ້າຈະໃຫ້ລູກກິນ.

  1. ນຳເອົາ ນົມແມ່ມາວາງໄວ້ນອກຕູ້ເຢັນ ຈັກໄລຍະໜຶ່ງ.
  2. ນຳເອົາ ນົມແມ່ມາແຊ່ໃນນໍ້າອຸ່ນ ແຕ່ຢ່ານຳໄປແຊ່ນໍ້າຮ້ອນ ຫຼື ອຸ່ນໃນເຕົາໄມໂຄເວບ ເດັດຂາດ ເພາະຈະເຮັດໃຫ້ພູມຕ້ານທານໃນນໍ້ານົມເສຍໄປ.
  3. ກໍລະນີທີ່ນົມເກັບມ້ຽນມີປະລິມານຫຼາຍ ໃຫ້ແບ່ງອອກມາພຽງພໍໃຊ້ ນົມທີ່ເຫຼືອເກັບມ້ຽນໄວ້ບ່ອນເກົ່າ.
error: Content is protected !!