ແຈ້ງເພີ່ມຖ້ຽວລົດໄຟຜູ້ໂດຍສານຈາກ ນະຄອນຫຼວງ ວຽງຈັນ ຫາ ຫຼວງພະບາງ ໃນວັນທີ 24-26 ມີຖຸນາ 2022

ບໍລິສັດລົດໄຟ ລາວ-ຈີນ ໄດ້ຄຳນຶງເຖິງຄວາມຕ້ອງການໃນການເດີນທາງຂອງຜູ້ໂດຍສານ, ເພື່ອໃຫ້ມີລົດໄຟໃຊ້ພຽງພໍໃນການຂົນສົ່ງຜູ້ໂດຍສານພາຍໃນ ແລະ ນັກທ່ອງທ່ຽວທີ່ມາທ່ຽວ ລາວ, ພວກເຮົາຈິ່ງໄດ້ເປີດໃຫ້ບໍລິການລົດໄຟຜູ້ໂດຍສານ EMU ຖ້ຽວ C92/1 ໂດຍຈະແລ່ນ ຈາກສະຖານີນະຄອນຫຼວງວຽງຈັນ ຫາ ສະຖານີຫຼວງພະບາງ ໃນວັນທີ 24-26 ມີຖຸນາ, ລາຍລະອຽດມີດັ່ງນີ້:

– ລົດໄຟຖ້ຽວ C92 ອອກຈາກສະຖານີນະຄອນຫຼວງ ວຽງຈັນ ເວລາ 8:30 ແລະ ຮອດສະຖານີ ຫຼວງພະບາງ ເວລາ 10:20 ໂມງ;

– ລົດໄຟຖ້ຽວ C91 ອອກຈາກຫຼ ວງພະບາງ ເວລາ 10:50 ແລະ ຮອດສະຖານີ ນະຄອນຫຼວງ ວຽງຈັນ ມາຮອດ 13:05 ໂມງ.

error: Content is protected !!