ລ້ຽງລູກແບບໃດ ໃຫ້ເປັນຄົນສະຫຼາດ?

ເດັກຈະມີຄວາມສະຫຼາດທາງອາລົມທີ່ດີໄດ້ ຂຶ້ນຢູ່ກັບປັດໄຈການລ້ຽງ ຊຶ່ງຄວນປະກອບດ້ວຍຫຼາຍປັດໄຈ ດັ່ງນີ້:

  • ໃຫ້ໄດ້ກິນນົມແມ່ຄົບຢ່າງໜ້ອຍ 6 ເດືອນ: ເດັກເກີດໃໝ່ ຄວນໄດ້ກິນນົມແມ່ຄົບຖ້ວນຢ່າງໜ້ອຍ 6 ເດືອນ ຫຼັງຈາກນັ້ນ ລ້ຽງລູກດ້ວຍນົມແມ່ ຄວບຄູ່ກັບອາຫານຕາມໄວ ຕໍ່ອີກ 6 ເດືອນ ແລະ ສາມາດລ້ຽງດ້ວຍນົມແມ່ຕໍ່ໄປເຖິງ 2 ປີ ຫຼື ຫຼາຍກວ່ານັ້ນໄດ້ ເພາະນົມແມ່ສົ່ງເສີມການພັດທະນາດ້ານສະໝອງ ຊຶ່ງສົ່ງຜົນຕໍ່ການພັດທະນາການດ້ານອາລົມ, ຈິດໃຈ ແລະ ບັນຫາສຸຂະພາບຈິດຂອງເດັກໃນໄລຍະຍາວອີກດ້ວຍ.
  • ໃຫ້ໄດ້ຮັບສຳຜັດທັງ 5:
  • ສຳຜັດທາງກາຍ: ການອູ້ມ ແລະກອດ.
  • ສຳຜັດທາງສຽງ: ການເວົ້າຈາກັບເດັກ, ຮ້ອງເພງ ຫຼື ເປີດເພງເບົາໆ.
  • ສຳຜັດທາງຣົດ: ຣົດຊາດຂອງນໍ້ານົມແມ່.
  • ສຳຜັດທາງກິ່ນ: ເດັກທີ່ໄດ້ຮັບນົມແມ່ ຈະຄຸ້ນເຄີຍກັບກິ່ນນໍ້ານົມ ແລະ ກິ່ນກາຍຂອງແມ່.
  •  ສຳຜັດທາງສາຍຕາ: ອູ້ມລູກໄວ້ໃກ້ໆ ບໍລິເວນໃບໜ້າ, ເວົ້າຈາ ແລະ ເບິ່ງລູກ, ຫຍັບເໜັງໃບໜ້າໄປ-ມາ ໃຫ້ລູກເບິ່ງຕາມ ຫຼືໃຫ້ລູກເບິ່ງເຄື່ອງຫຼິ້ນສີສົດໃສ.
  • ອ່ານໜັງສືໃຫ້ຟັງ: ການອ່ານໜັງສືໃຫ້ລູກຟັງ ແລະ ໃຫ້ເຂົາໄດ້ເບິ່ງຮູບພາບໃນໜັງສື ຕັ້ງແຕ່ຍັງເປັນເດັກ ຈະເຮັດໃຫ້ລູກຮຽນຮູ້ຄວາມຮູ້ສຶກຜ່ອນຄາຍ, ເພີດເພີນ ລວມທັງຍັງເປັນການປູກຝັງນິດໄສໃຫ້ຮັກການອ່ານ ເດັກຈະມັກຟັງນິທານເລື່ອງເກົ່າຊໍ້າໆຫຼາຍຄັ້ງຈົນຈື່ໄດ້ ແລະ ສາມາດເລົ່າໃຫ້ຄົນອື່ນຟັງໄດ້ອີກ.
  • ດົນຕີສ້າງຄວາມສະຫງົບ: ເມື່ອເດັກຟັງເພງທີ່ມີທຳນອງ ແລະ ຈັງຫວະຊ້າໆ ເບົາໆ ຈະຮູ້ສຶກສະຫງົບ, ມີສະມາທິ ແລະ ຈິດໃຈຜ່ອນຄາຍ. ສ່ວນເພງທີ່ມີທຳນອງ ແລະ ຈັງຫວະໄວ ກໍຈະມີຜົນເຮັດໃຫ້ເດັກຮູ້ສຶກສົດຊື່ນແຈ່ມໃສ ແລະ ຈິດໃຈເບີກບານ.
  • ໃຫ້ເປັນຝ່າຍເລືອກ: ຢ່າພະຍາຍາມຍັດສິ່ງທີ່ລູກບໍ່ຕ້ອງການ ຫຼື ບໍ່ມັກ, ຄວນໃຫ້ເຂົາລອງເລືອກສິ່ງທີ່ເຂົາຕ້ອງການ ຫຼື ຢາກເຮັດ ແລ້ວພໍ່ແມ່ຄອຍຊ່ວຍພັດທະນາ ຈຸດດ້ອຍຂອງລູກໃຫ້ດີຂຶ້ນ ຊຶ່ງອາດໃຫ້ເຂົາລອງເລືອກສິ່ງງ່າຍໆ ເຊັ່ນ ເຄື່ອງນຸ່ງ ຫຼືອາຫານທີ່ເຂົາຕ້ອງການ.
  • ໃຫ້ໄດ້ຫຼິ້ນ: ການຫຼິ້ນ ຈະເຮັດໃຫ້ລູກຮູ້ຈັກ ການຍອມຮັບກົດລະບຽບ ແລະ ປະຕິບັດຕາມ ພ້ອມທັງເຫັນຄຸນຄ່າຂອງການເຄົາລົບກົດກະຕິກາການຫຼິ້ນ, ເກີດທັກສະການຮຽນຮູ້ຢູ່ຮ່ວມກັນກັບຜູ້ອື່ນ, ຮູ້ຈັກຄວບຄຸມອາລົມ, ການແບ່ງປັນ ແລະ ການແກ້ບັນຫາ ນອກເໜືອຈາກ ການຊ່ວຍພັດທະນາດ້ານສະຕິປັນຍາ ແລະ ຮ່າງກາຍ.
  • ໃຫ້ໄດ້ຜະເຊີນບັນຫາ: ລູກຄວນມີໂອກາດໄດ້ຮຽນຮູ້ ວິທີການຈັດການກັບ ບັນຫາດ້ວຍໂຕເອງ ຊຶ່ງຜູ້ໃຫຍ່ຄອຍເຝົ້າ ແລະໃຫ້ຄຳແນະນຳຢູ່ຫ່າງໆ ເພື່ອຝຶກທັກສະການແກ້ບັນຫາ, ຝຶກຄວາມອົດທົນ ແລະ ຮັບມືກັບອາລົມຂອງຄວາມຜິດຫວັງເມື່ອສິ່ງຕ່າງໆ ບໍ່ເປັນໄປຕາມທີ່ຄາດຫວັງ.
error: Content is protected !!