ສິງກະໂປ ກວດພົບຜູ້ຕິດເຊື້ອພະຍາດ ໝາກສຸກລີງ ແລ້ວ

ຕາມ​ຂ່າວ​ຈາກ ສິງກະ​ໂປ, ວັນ​ທີ 22​ ມິຖຸນາ​ນີ້, ກະຊວງ​ສາ​ທາ​ລະນະ​ສຸກ ຂອງ ​ສິງກະ​ໂປ ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ ພະຍາດ ໝາກສຸກ​ລີງ ຄົນ​ທຳ​ອິດ​ຂອງ​ປະ​ເທດ ​ແລະ ຄົນ​ທຳ​ອິດ ​ໃນ ເອເຊຍ​ ຕາ​ເວັນ​ອອກ ​ສ່ຽງ​ໃຕ້ (ອາ​ຊຽນ) ​ເປັນ​ເພດ​ຊາຍ​ທີ່​ເດີນທາງ​ມາ​ຈາກ ອັງກິດ ​ເປັນ​ພະນັກງານ​ຕ້ອນຮັບ​ຂອງ​ສາຍ​ການບິນ​ແຫ່ງ​ໜຶ່ງ ​ເດີນ​ທາງ​ມາ​ຮອດ ສິງກະ​ໂປ ​ເມື່ອ​ໄລຍະ​ກາງ​ເດືອນ ​ມິຖຸນາ ນີ້ ​ແລະ ມີ​ຜູ້​ໃກ້ຊິດ​ຢ່າງ​ໜ້ອຍ 13 ຄົນ.

ປັດຈຸບັນ ພວມ​ປິ່ນປົວທີ່​ສູນ​ຄວບ​ຄຸມພະ​ຍາດ​ແຫ່ງ​ຊາດ​ຂອງ ​ສິງກະ​ໂປ ​ແລະ ທຸກ​ຄົນ​ຕ້ອງ​ຖືກ​ກັກ​ຕົວ ​ເພື່ອ​ສັງ​ເກດ​ການ ​ເປັນ​ເວລາ 21 ​ວັນ.

ຮຽບຮຽງ​​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!