ໃນສົກຮຽນ 2021-2022 ທົ່ວປະເທດ ມີຈໍານວນຄູອາສາສະໝັກທົ່ວປະເທດ 7,693 ຄົນ ແຕ່ລະປີ ປະມານ 94% ຂອງໂກຕ້າ ທີ່ໄດ້ຮັບທັງຫມົດ

ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊີ້ແຈງ ຕໍ່ຄໍາຊັກຖາມຂອງສະມາຊິກ ສະພາແຫ່ງຊາດໃນກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 21 ມິຖຸນາ 2022 ນີ້ວ່າ: ການຈັດບູລິມະສິດຄູອາສາສະຫມັກຕາມ 3 ບັນຊີ ທີ່ມີຈໍານວນ 7,693 ຄົນ.

– ບັນຊີ 1 ມີຈໍານວນ 3,604 ຄົນເຊິ່ງແມ່ນຄູອາສາສະຫມັກ ທີ່ຈົບຖືກຊັ້ນຖືກສາຍວິຊາ ທີ່ຜ່ານການປະເມີນການ ສອນ ຢູ່ໃນເກນດີ ແລະ ສະ ຖານການສຶກສາມີຄວາມຕ້ອງການ.

– ບັນຊີ 2 ແມ່ນຜູ້ທີ່ສອນບໍ່ຖືກຊັ້ນຖືກສາຍ ເປັນຄູສອນລາຍວິຊາທີ່ມີຫລາຍເກີນຄວາມຕ້ອງການຂອງສະຖານ ສຶກສາ, ແຕ່ມີຄວາມກະຕືລືລົ້ນທີ່ຈະສືບຕໍ່ສອນ, ສໍາລັບກຸ່ມນີ້ມີຈໍານວນ 1,404 ຄົນ ທີ່ຈະໄດ້ລະດົມໃຫ້ໄປບໍາລຸງ ຍົກລະດັບ ໃນວິຊາທີ່ຂາດຢູ່ວິທະຍາໄລຄູແຫ່ງຕ່າງໆ ເພື່ອຈະສືບຕໍ່ບັນຈຸໃນຕໍ່ຫນ້າ.

– ບັນຊີ 3 ແມ່ນຈະລະດົມໃຫ້ໄປຮຽນອາຊີວະສຶກສາ ຫລື ຂະແຫນງການອື່ນ, ເວລາຈົບມາແມ່ນໃຫ້ໄປເຮັດວຽກ ອື່ນ ເຊິ່ງມີຈໍານວນ 2,685 ຄົນ.

ສໍາລັບຄູອາສາສະຫມັກທີ່ຈັດແບ່ງຕາມຊັ້ນ ມີລາຍລະອຽດດັ່ງນີ້:

– ຊັ້ນການສຶກສາກ່ອນໄວຮຽນ ມີ 1,417 ຄົນ,

– ຊັ້ນປະຖົມສຶກສາ 2,601 ຄົນ

– ຊັ້ນມັດທະຍົມຕອນຕົ້ນ1,372 ຄົນ

– ຊັ້ນມັດທະຍົມສົມບູນ 2,303 ຄົນ.

ແບ່ງຕາມປີສອນ ເປັນອາສາສະຫມັກ ມາໄດ້.

– 8-9 ປີ ມີຈໍານວນ 38 ຄົນ

– 6-7 ປີ ມີຈໍານວນ 1,636 ຄົນ

– 3-5 ປີ ມີຈໍານວນ 6,019 ຄົນ.

ໄດ້ສໍາເລັດແບ່ງປັນຕົວເລກ (ທຶນໃນແຜນ) ໃຫ້ຄູອາສາສະຫມັກ ບັນຊີທີ 2 ໄປຍົກລະດັບຊັ້ນປະລິນຍາຕີ(ຕໍ່ເນື່ອງ) ພາກປົກກະຕິ ພາຍໃນປະເທດ ຈໍານວນ 166 ຄົນ, ໃນນັ້ນ ຊັ້ນມັດທະຍົມປະກອບມີວິຊາ: ຄະນິດສາດ, ພາສາ ລາວ-ວັນນະຄະດີ, ໄອຊີທີ, ພື້ນຖານວິຊາຊີບ, ພະລະສຶກສາ ແລະ ສິລະປະສຶກສາ, ໃນແຕ່ລະປີ ໄດ້ບັນຈຸຄູອາສາສະຫມັກທີ່ສອນໃນແຕ່ລະຊັ້ນຮຽນ ເຂົ້າເປັນລັດຖະກອນຄູ ປະມານ 94% ຂອງໂກຕ້າ ທີ່ໄດ້ຮັບທັງຫມົດ ເຊິ່ງເຮັດໃຫ້ຈໍານວນຄູອາສາສະຫມັກໄດ້ຫລຸດລົງໃນແຕ່ລະປີ ເຊັ່ນ: ໃນສົກຮຽນ 20202021 ທົ່ວປະເທດ ມີຈໍານວນຄູອາສາສະຫມັກ ທັງຫມົດ 8.423 ຄົນ (ນັບສະເພາະຜູ້ມີອາຍຸການສິດສອນ 3 ປີຂຶ້ນ ໄປ) ຕົກມາສົກຮຽນ 2021-2022 ທົ່ວປະເທດ ມີຈໍານວນຄູອາສາສະຫມັກທັງຫມົດເຫລືອພຽງ 7.693 ຄົນ ແລະ ຜ່ານການປະເມີນການສິດສອນ ຂອງຄູອາສາສະຫມັກຂອງບັນດາແຂວງ, ເມືອງ ແລະ ໂຮງຮຽນ ເຫັນວ່າ ປະສິດທິພາບໃນການນໍາໃຊ້ຄູອາສາສະຫມັກ ແມ່ນຢູ່ໃນລະດັບດີພໍສົມຄວນ ແລະ ສາມາດຮັບຮອງເປັນຄູໄດ້ ຖ້າ ວ່າມີໂຄຕາ ຫລື ຖ້າວ່າມີລະບົບຄູພາລາກອນ.

ແຫຼ່ງຂໍ້ມູນ: ລາວພັດທະນາ

error: Content is protected !!