ເກີດແຜ່ນດິນໄຫວ 1.9 ຣີກເຕີ ໃນບໍລິເວນ ເມືອງ ໄຊສະຖານ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ໃນວັນທີ 21 ມິຖຸນາ 2022 ໃນເວລາ 22:08 ໂມງ ໄດ້ພົບສັນຍານການເກີດແຜ່ນດິນ ໄຫວພາຍໃນປະເທດລາວ ຈໍານວນ 01 ຄັ້ງ ເຊິ່ງຈຸດເກີດແຜ່ນດິນໄຫວ ຢູ່ບໍລິເວນ ເມືອງ ໄຊສະຖານ, ແຂວງ ໄຊຍະບູລີ ມີຈຸດສູນກາງຢູ່ເສັ້ນຂະໜານ ທີ 19,539 ອົງສາເໜືອ ແລະ ເສັ້ນແວງທີ 101,345 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 1.9 ຣີກເຕີ ມີຄວາມເລິກຈາກ ເທິງໜ້າດິນປະມານ 02 ກິໂລແມັດ ເຊິ່ງຈຸດສູນກາງເກີດແຜ່ນດິນໄຫວ ແມ່ນຫ່າງຈາກເທສະບານເມືອງໄຊສະຖານ ປະມານ 21 ກິໂລແມັດ.

ສໍາລັບເຫດການແຜ່ນດິນໄຫວດັ່ງກ່າວ ເບື້ອງຕົ້ນຍັງບໍ່ມີລາຍງານ ຜົນເສຍຫາຍ.

error: Content is protected !!