ຫລາຍປ້ຳນ້ຳມັນ ເລີ່ມບໍລິການປະຊາຊົນ ແຕ່ຄວາມຕ້ອງການຍັງສູງ

ນັບແຕ່ລັດຖະບານໄດ້ປະກາດວ່າ ນັບແຕ່ວັນທີ 20 ມິຖຸນາ 2022 ເປັນຕົ້ນໄປຈະມີນ້ຳ ມັນສະໜອງສະໜອງໃຫ້ຜູ້ຊົມໃຊ້ຢ່າງພຽງພໍ ໃນຂອບເຂດທົ່ວປະເທດ, ມາຮອດວັນທີ 21 ມິຖຸນາ 20 22 ນີ້, ສະເພາະ ຢູ່ນະຄອນຫລວງ ວຽງຈັນ ສັງເກດເຫັນວ່າປ້ຳນ້ຳມັນຫລາຍແຫ່ງ ຢູ່ບັນດາເມືອງຕ່າງ ໆ ໄດ້ເລີ່ມເປີດໃຫ້ບໍລິການ, ແຕ່ຍັງມີປະຊາຊົນຫລັ່ງໄຫລກັນໄປຊື້ນ້ຳມັນ, ລຽນຄິວກັນ ຫລື ລໍຖ້າ ໃສ່ນ້ຳມັນ ຢູ່ບັນດາປ້ຳຕ່າງໆທີ່ເປີດໃຫ້ບໍລິການ (ແຕ່ບໍ່ແອອັດຄືໄລຍະ 2-3 ມື້ທີ່ຜ່ານມາ), ເນື່ອງຈາກວ່າ ຄວາມຕ້ອງການຊົມໃຊ້ນ້ຳມັນມີຫລາຍ ແຕ່ການສະໜອງນ້ຳມັນ ຍັງບໍ່ທ່ວງທັນເທົ່າທີ່ຄວນ, ເຮັດໃຫ້ ບາງປ້ຳນ້ຳມັນໄດ້ກຳນົດເວລາ ໃນການ ເປີດ-ປິດ ໃນແຕ່ລະວັນ, ຂຶ້ນກັບປະລິມານນ້ຳມັນທີ່ໄດ້ມາໃນແຕ່ລະວັນ, ໃນຂະນະທີ່ບາງປ້ຳຍັງບໍ່ສາມາດເປີດໃຫ້ບໍລິການ ເນື່ອງຈາກວ່າຍັງບໍ່ທັນໄດ້ຮັບການສະໜອງນ້ຳມັນເຊື້ອໄຟເຂົ້າເທື່ອ.

ປັດຈຸບັນ ສັງເກດເຫັນວ່າ, ລົດຂົນສົ່ງນ້ຳມັນເຊື້ອໄຟ ໄດ້ທະຍອຍກັນເຂົ້າມາສະໜອງນຳມັນ ໃຫ້ບັນດາປ້ຳນ້ຳມັນແລ້ວໃນແຕ່ລະວັນ ເພື່ອຕອບສະໜອງການບໍລິໂພກຂອງປະຊາຊົນໃນແຕ່ລະວັນ, ຄາດວ່າສະພາບດັ່ງກ່າວ ຈະກັບມາເປັນປົກກະຕິພາຍໃນອາທິດນີ້, ປະຊາຊົນຈະໄດ້ໃຊ້ນຳມັນຢ່າງພຽງ ພໍ (ແບບບໍ່ໄດ້ລຽນຄິວກັນໃສ່ນ້ຳມັນ).

ອີງຕາມຂໍ້ມູນຈາກ ລັດວິສາຫະກິດນ້ຳມັນເຊື້ອໄຟລາວ(ລນລ) ໃຫ້ຮູ້ວ່າ: ສະເພາະຢູ່ນະຄອນຫລວງ ວຽງຈັນ ຕາມການສັ່ງຈ່າຍນ້ຳມັນຕົວຈິງສູ່ປ້ຳຕົວແທນໃນເມືອງຕ່າງໆ ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2022 ນີ້ ມີທັງໝົດຈຳນວນ 35 ປ້ຳ ປະກົດວ່າປ້ຳສ່ວນຫລາຍແມ່ນໄດ້ຈຳໜ່າຍໝົດກ່ອນເວລາ ເຊິ່ງທາງ ລນລ ຈະໄດ້ເລັ່ງຂົນສົ່ງໃຫ້ຄົບຕາມຈຳນວນທີ່ແຈ້ງໄປໂດຍດ່ວນ. ຂະນະທີ່ ໃນວັນທີ 19 ມິຖຸນາ 2022 ຜ່ານມາ ສາງນ້ຳມັນດົງຈອງຈຸດນະຄອນຫລວງຂອງ ລນລ ໄດ້ຮັບນ້ຳມັນເຊື້ອໄຟຜ່ານແດນ ເປັນຕົ້ນ ນ້ຳມັນແອັດຊັງ 348,800 ລິດ, ກາຊວນ 255,000 ລິດ ເພື່ອກະກຽມກະຈາຍສູ່ສັງຄົມ ໃນຂອບເຂດທົ່ວປະເທດ.

ຂໍ້ມູນຂ່າວ-ພາບ: ທະນູທອງ (ຂປລ)

error: Content is protected !!