ໃນວັນທີ 21 ມິຖຸນາ 2022, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫລ່ງຂ່າວກ່ຽວກັບ ຜົນສຳເລັດການພິຈາລະນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະ ຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX.
ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ໄດ້ສະເໜີໃຫ້ລັດຖະບານສູ້ຊົນ ຮັກສາລະດັບອັດຕາການເຕີບໂຕຂອງເສດຖະກິດ ໄວ້ທີ່ລະດັບ 4,4% ເພາະຄາດວ່າມີຄວາມເປັນໄປໄດ້ ອີງໃສ່ສະພາບເງື່ອນໄຂຕົວຈິງ ຂອງບັນດາຂະແໜງການເຫັນວ່າມີທ່າແຮງ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບ ເຂົ້າງົບປະມານ ໃນທ້າຍປີ 2022; ຮີບຮ້ອນສະໜອງປັດໄຈການຜະລິດກະສິກໍາ ໃຫ້ຊາວກະສິກອນ ເພື່ອຮັບໃຊ້ການຜະລິດໃນລະດູຝົນໃຫ້ພຽງພໍ ເປັນຕົ້ນ ແນວພັນພືດ, ແນວພັນສັດ, ຝຸ່ນ ແລະ ປຸ໋ຍ. ພ້ອມທັງ ຊຸກຍູ້ສົ່ງເສີມ ໃຫ້ຜູ້ຜະລິດເອົາໃຈໃສ່ໃນການທໍາການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ເປັນຮູບປະທໍາ ຕາມສັນຍາການສົ່ງອອກທີ່ໄດ້ເຊັນ ກັບຕະຫລາດຕ່າງປະເທດ; ຮີບຮ້ອນຕັດ ສິນໃຈແກ້ໄຂບັນຫາລາຄາສິນຄ້າສູງ, ນໍ້າມັນແພງ, ເງິນເຟີ້, ແລະ ຊຸກຍູ້ການຜະລິດ ຢ່າງຈິງຈັງ ເພື່ອຮັບ ປະກັນ ບໍ່ໃຫ້ມີການຂາດແຄນອາຫານ ໃນປີຕໍ່ໄປ; ປຸກລະດົມນໍ້າໃຈຮັກຊາດ ແລະ ສ້າງຄ່ານິຍົມໃຫ້ຄົນລາວ ຫັນມາໃຊ້ຜະລິດຕະພັນຂອງລາວຫລາຍຂຶ້ນ, ເຂັ້ມງວດການນໍາເຂົ້າສິນຄ້າ ທີ່ສາມາດຜະລິດໄດ້ພາຍໃນ, ພ້ອມທັງຄົ້ນຄວ້າ ການນຳເຂົ້ານໍ້າມັນຈາກຫລາຍແຫລ່ງ ແລະ ຊຳລະດ້ວຍເງິນສະກຸນອື່ນ ນອກຈາກສະກຸນເງິນໂດລາສະຫະລັດ; ຮີບຮ້ອນ ເອົາໃຈໃສ່ ການຈັດເກັບລາຍຮັບຈາກຖານລາຍຮັບທີ່ໝັ້ນຄົງ, ນໍາໃຊ້ເຄື່ອງມືທັນສະໄໝ ຜ່ານລະບົບທະນາຄານໃຫ້ຄົບຖ້ວນ; ໃຫ້ແບ່ງຂັ້ນຄຸ້ມຄອງໃນການຈັດເກັບອາກອນ ເປັນຕົ້ນ ການເກັບຄ່າທຳນຽມ ແລະ ອາກອນ ທີ່ດິນ, ການຄ້າອອນລາຍ, ການຊື້-ຂາຍເງິນຄຣິບໂຕ ແລະ ອື່ນໆ ຜ່ານລະບົບທະນາຄານ ແລະ ບ້ານ. ພ້ອມທັງຄຸ້ມຄອງແຫລ່ງລາຍຮັບທີ່ເປັນເງິນຕາ ຈາກແຫລ່ງຕ່າງໆ ເປັນຕົ້ນ ທຶນຈົດທະບຽນການລົງທຶນຕ່າງປະເທດ, ການສົ່ງອອກສິນຄ້າ(ໄຟຟ້າ, ແຮ່ທາດ, ອຸດສາຫະກຳປຸງແຕ່ງ, ກະສິກຳ) ຜ່ານລະບົບທະນາຄານໃຫ້ຄົບຖ້ວນ, ແນໃສ່ຮັບປະກັນການສະໜອງເງິນຕາໃຫ້ພຽງພໍ ຕໍ່ການຈັດຊື້ນໍ້າມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ-ບໍລິໂພກອື່ນໆ ທີ່ຈຳເປັນຕໍ່ການຜະ ລິດ ແລະ ການຊົມໃຊ້ໃນສັງຄົມ; ຮີບຮ້ອນແກ້ໄຂບັນຫາ ການຊື້-ຂາຍ ເງິນຕາ ນອກລະບົບ, ຫລຸດຜ່ອນ ຄວາມແຕກໂຕນ ລະຫວ່າງອັດຕາແລກປ່ຽນ ຂອງທະນາຄານ ແລະ ອັດຕາແລກປ່ຽນພາຍນອກ, ຈຳກັດການນໍາໃຊ້ເງິນຕາທີ່ຊະຊາຍ, ປະຕິບັດການແລກປ່ຽນເງິນຕາຜ່ານລະບົບທະນາຄານເປັນອັດຕາດຽວ, ທັງ ກໍານົດອັດຕາສ່ວນການຖືຄອງເງິນຕາໃຫ້ບຸກຄົນ, ນິຕິບຸກຄົນ ໃຫ້ຈະແຈ້ງຊັດເຈນ, ດໍາເນີນມາດຕະການລົງໂທດທີ່ເດັດຂາດ ຕໍ່ບຸກຄົນ ຫລື ນິຕິບຸກຄົນທີ່ປັ່ນປ່ວນ ເຮັດໃຫ້ອັດຕາແລກປ່ຽນມີການຜັນຜວນ ແລະ ຜູ້ທີ່ກັກຕຸນເງິນຕາໄວ້, ພ້ອມທັງມອບໃຫ້ທະນາຄານທຸລະກິດ ເຮັດທຸລະກໍາແລກປ່ຽນເງິນຕາ ດ້ວຍຕົນເອງ ຕາມອັດຕາແລກປ່ຽນປະຈໍາວັນ ທີ່ທະນາຄານແຫ່ງ ສປປ ລາວ ກໍານົດ; ເອົາໃຈໃສ່ການໂຄສະ ນາ ແລະ ສົ່ງເສີມ ການນໍາໃຊ້ເງິນກີບໃຫ້ກວ້າງຂວາງ ແລະ ຖືກຕ້ອງ ຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ ເປັນຕົ້ນ ການກຳນົດລາຄາສິນ ຄ້າ, ການຊຳລະສິນຄ້າ ແລະ ການຈ່າຍເງິນເດືອນຄ່າແຮງງານ; ເອົາໃຈໃສ່ການຈັດສັນງົບປະມານ ໂຄງ ການລົງທຶນຂອງລັດ ສຳລັບປີ 2023 ໃຫ້ສຳເລັດໃນທ້າຍປີ 2022 ໃຫ້ທັນຮັບຮອງ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ, ພ້ອມທັງກໍານົດຫລັກການຈັດສັນງົບປະມານ ໂຄງການລົງທຶນຂອງລັດໃຫ້ຈະແຈ້ງຊັດເຈນ ຕໍ່ໂຄງການທີ່ສຳເລັດແລ້ວ, ໂຄງການສືບຕໍ່ ແລະ ໂຄງການສະເໜີໃໝ່, ທັງ ພິຈາລະນາຮັບຮອງເອົາໂຄງການ ທີ່ເປັນບູລິມະສິດຂອງທ້ອງຖິ່ນໃຫ້ໄດ້ເຂົ້າແຜນ, ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ໃຫ້ທັນການ ແລະ ສາມາດຈັດຕັ້ງປະຕິບັດໄດ້; ເອົາໃຈໃສ່ຈັດສັນງົບ ປະມານ ໃສ່ໂຄງການກໍ່ສ້າງເສັ້ນທາງ ຢູ່ເຂດຫ່າງໄກສອກຫລີກ ເພື່ອຮັບໃຊ້ການຜະລິດ ແລະ ອຳນວຍຄວາມສະດວກໃນການເດີນທາງ ໄປ-ມາ ຂອງນັກຮຽນ ລວມທັງໂຄງການທີ່ມີຄວາມສຳຄັນທາງດ້ານຍຸດທະສາດຊາຍແດນ ທີ່ກໍ່ສ້າງມາແລ້ວຫລາຍປີແລ້ວ ແຕ່ໄດ້ຮັບງົບປະມານການຊຳລະໜ້ອຍ ເຮັດໃຫ້ບໍ່ສາ ມາດສືບຕໍ່ໃຫ້ສຳເລັດ; ສະເໜີໃຫ້ ຄົ້ນຄວ້າ ແລະ ຈັດສັນ ງົບປະມານເຂົ້າໃສ່ການປະຕິບັດນະໂຍບາຍ ຕໍ່ຜູ້ມີຄຸນງານຄວາມດີ ຕໍ່ການປະຕິວັດຊາດ ປະຊາທິປະໄຕ ໃຫ້ສົມຄູ່ກັບຄວາມສາມາດ ດ້ານງົບປະມານຕົວຈິງ; ສະເໜີໃຫ້ຮີບຮ້ອນແກ້ໄຂ ບັນຫາໄພວ່າງງານ ແລະ ຄຸ້ມຄອງແຮງງານລາວ ທີ່ເຄື່ອນຍ້າຍໄປເຮັດວຽກ ຢູ່ເຂດເສດຖະກິດພິເສດ ແລະ ໄປອອກແຮງງານຢູ່ຕ່າງປະເທດ ເພື່ອໃຫ້ມີຄວາມປອດໄພ ແລະ ໄດ້ຮັບການປົກປ້ອງ; ພ້ອມທັງດຸ່ນດ່ຽງແຮງງານ ພາຍໃນ ແລະ ແຮງງານລາວ ໄປຕ່າງປະເທດ, ພັດ ທະນາສີມືແຮງງານ ທີ່ເປັນແຮງງານດິບ ແລະ ສີມືແຮງງານຕໍ່າ ເພື່ອຮັບປະກັນສະໜອງແຮງງານ ໃຫ້ຕະ ຫລາດແຮງງານຢູ່ພາຍໃນປະເທດ ໃຫ້ພຽງພໍ.
ທ່ານ ສົມມາດ ພົລເສນາ ໄດ້ໃຫ້ອີກວ່າ: ບັນດາ ສສຊ ຍັງເຫັນວ່າການປະຕິບັດວາລະແຫ່ງຊາດຂອງຂະແໜງການ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ມີຄວາມເປັນເອກະພາບ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ຄວາມຮຸນແຮງຂອງບັນຫາ ແລະ ບໍ່ທັນເດັດຂາດ ໃນການແກ້ໄຂບັນຫາທີ່ພົວພັນ ກັບຂະແໜງການຂອງຕົນ ໃຫ້ມີໝາກຜົນຕົວຈິງ, ຍັງຊັກຊ້າ, ມີການເອື່ອຍອີງ ແລະ ຖິ້ມຄວາມຮັບຜິດຊອບໃສ່ກັນ; ການແກ້ໄຂບັນຫາ ແລະ ການກໍານົດບັນດາມາດຕະການບ່ອນທີ່ມີໂຄງການທົດລອງ ຍັງບໍ່ທັນໂປ່ງໃສ, ຍັງບໍ່ໄດ້ມີສ່ວນຮ່ວມແຕ່ຫົວທີ ຂອງອົງການປົກຄອງ ແລະ ປະຊາຊົນຢູ່ທ້ອງຖິ່ນ, ປະຊາຊົນເອງ ກໍຍັງບໍ່ທັນເຂົ້າໃຈ ແລະ ຍັງຂັດຂ້ອງ; ການປະຕິບັດວາລະແຫ່ງຊາດ ຍັງບໍ່ທັນໄປຕາມຫລັກການທີ່ເປັນມືອາຊີບ, ການຄົ້ນ ຄວ້າວາງແຜນ ຍັງຂາດລັກສະນະວິທະຍາສາດ, ຍັງບໍ່ທັນໄດ້ນໍາໃຊ້ວິຊາການຜູ້ທີ່ມີຄວາມຮູ້ຄວາມຊຳນານ ແລະ ປະສົບການ ທີ່ແນ່ນອນ, ສອດຄ່ອງກັບຄວາມຕ້ອງການຂອງໜ້າວຽກ, ການຕິດຕາມກວດກາ ແລະ ການປະເມີນຜົນ ຍັງບໍ່ທັນມີການວິເຄາະ-ວິໄຈ ຢ່າງເລິກເຊິ່ງ ແລະ ການລາຍງານຜົນ ຍັງບໍ່ທັນເປັນປົກກະຕິ ແລະ ຕໍ່ເນື່ອງ; ສະເໜີໃຫ້ເອົາໃຈໃສ່ ຈັດສັນ ແລະ ແບ່ງເຂດດິນກະສິກໍາເພື່ອການຜະລິດສະໜອງພາຍໃນ ແລະ ເປັນສິນຄ້າສົ່ງອອກ ຕາມທ່າແຮງ ແລະ ຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ ໃຫ້ຈະ ແຈ້ງ; ສົ່ງເສີມຂອດການຜະລິດ ເປັນສິນຄ້າ ເພື່ອສົ່ງອອກ ແລະ ການຫັນປ່ຽນຈາກສັງຄົມບໍລິໂພກ ໄປເປັນ ສັງຄົມການຜະລິດ ໂດຍສະເພາະການປັບປຸງກໍາລັງການຜະລິດ ເປັນກຸ່ມ ຫລື ສະຫະກອນ, ແກ້ໄຂຂອດຂັ້ນການດໍາເນີນເອກະສານນໍາເຂົ້າ-ສົ່ງອອກ ໃຫ້ຄ່ອງຕົວກວ່າເກົ່າ; ຮັບປະກັນຄວາມເຂັ້ມແຂງທາງດ້ານບຸກຄາລະກອນ ໃນຂົງເຂດກະສິກໍາ ແລະ ປ່າໄມ້; ການຫັນເປັນທັນສະໄໝແບບດີຈີຕອນໃນການຈັດເກັບລາຍຮັບ ເຫັນວ່າລະບົບ ແລະ ເຄື່ອງມືອຸປະກອນທີ່ນໍາໃຊ້ໃນປັດຈຸບັນ ມີອາຍຸການດົນ, ບໍ່ໄດ້ມີການປັບປຸງປົກກະຕິ ແລະ ຕໍ່ເນື່ອງ ເຮັດໃຫ້ມີຊ່ອງວ່າງການຮົ່ວໄຫລຂອງງົບປະມານ.
ສສຊ ເຫັນວ່າແຫລ່ງລາຍຮັບໃໝ່ ຍັງບໍ່ທັນຫລາກຫລາຍ, ມີພຽງແຕ່ແຮ່ທາດ ແລະ ຂຸດຄົ້ນເງິນ ຄຣິບໂຕ ເຊິ່ງເປັນແຫລ່ງລາຍຮັບທີ່ບໍ່ທັນແນ່ນອນ ເນື່ອງຈາກວ່າເປັນການເຮັດທົດລອງ ແລະ ປັດໄຈດ້ານລາຄາ ຍັງມີຄວາມສ່ຽງ, ແຫລ່ງລາຍຮັບທີ່ມີ ແລະ ໝັ້ນຄົງ ກໍຍັງເກັບບໍ່ໄດ້ຄົບຖ້ວນ ເປັນຕົ້ນລາຍຮັບຈາກທີ່ດິນ ແລະ ຄ່າທຳນຽມທາງ; ການຍົກສູງປະສິດທິຜົນ ການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ເປັນ ຕົ້ນ ດຳລັດວ່າດ້ວຍລົດຂອງລັດ ເລກທີ 599/ລບ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ໂດຍສະເພາະ ຄວາມເປັນເຈົ້າການຂອງພະນັກງານລັດ ກໍຄືຜູ້ທີ່ນຳໃຊ້ ແລະ ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ; ຜູ້ແທນສະເໜີໃຫ້ກວດກາ ແລະ ປະເມີນຄືນຕົວເລກດຸນການຄ້າ ແລະ ດຸນຊຳລະສະສາງ ກັບຕ່າງປະເທດ ໃຫ້ມີຄວາມຊັດເຈນ ໂດຍສະເພາະ ມູນຄ່າການສົ່ງອອກ-ນຳເຂົ້າ ແລະ ການຊຳລະສະສາງ ທີ່ເປັນເງິນຕາ ຜ່ານລະບົບທະນາຄານ, ການຄຸ້ມຄອງລະບົບການຊໍາລະສະສາງ ແລະ ແລກປ່ຽນເງິນຕາ ຜ່ານລະບົບທະນາຄານ, ການນໍາໃຊ້ເງິນກີບ ເພື່ອຊຳລະສະສາງຢູ່ພາຍໃນປະເທດ, ພ້ອມທັງຄົົ້ນຄວ້າວິທີການ ແລະ ກົນໄກ ການມີສ່ວນຮ່ວມ ຂອງທະນາຄານ ແຫ່ງ ສປປ ລາວ ໃນການຕິດຕາມ ແລະ ຢັ້ງ ຢືນ ມູນຄ່າການສົ່ງອອກສິນຄ້າ ກັບຂະແໜງການທີ່ກ່ຽວຂ້ອງ; ຜູ້ແທນເຫັນວ່າ ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ, ການປະຕິບັດກົດໝາຍ ແລະ ນິຕິກຳ ໃຕ້ກົດໝາຍຍັງບໍ່ທັນເຂັ້ມງວດ, ເດັດຂາດ ແລະ ບໍ່ມີຜົນສັກສິດເທົ່າທີ່ຄວນ, ຍັງມີການລະ ເມີດກົດໝາຍໃນສັງຄົມໃນຫລາຍກໍລະນີ; ການລົງວິໄນຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ການປະຕິບັດຄຳຕັດສິນຂອງສານໃນຫລາຍກໍລະນີ ຍັງບໍ່ມີຜົນສັກສິດ ແລະ ຍັງບໍ່ເປັນເອກະພາບໃນຂອບເຂດທົ່ວປະເທດ.
ຂໍ້ມູນຂ່າວ: ສົມຫວັງ
ພາບ: ອ່າຍຄໍາ