ສະຫລອງຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ອິນເດຍ

ເພື່ອສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ອິນເດຍ, ກອງປະຊຸຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ສະໄໝພິເສດ  ໄດ້ຖືກຈັດຂຶ້ນໃນວັນທີ 16-17 ມິຖຸນາ 2022 ທີ່ ນິວເດລລີ, ປະເທດ ອິນເດຍ ໂດຍການເປັນປະທານຮ່ວມຂອງລັດ ຖະມົນຕີຕ່າງປະເທດ ສິງກະໂປ ແລະ ລັດຖະມົນຕີຕ່າງປະເທດ ອິນເດຍ, ມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ ແລະ ຜູ້ຕາງໜ້າ ເຂົ້າຮ່ວມ.

ສຳລັບ ຄະນະຜູ້ແທນລາວ ນໍາໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງກ່ອນໜ້ານີ້, ຍັງມີທ່ານ ດຣ ມານະ ສຸດທິຈັກ  ນັກເສດຖະສາດ ແລະ ນັກສັງຄົມສາດ ພ້ອມເປັນທີ່ປຶກສາໃຫ້ກັບລັດຖະບານ, ອົງກອນຊ່ວຍເຫຼືອລະຫວ່າງປະເທດ ແລະ ເອກະຊົນ ລາວ ເຂົ້າຮ່ວມ, ໃນວັນທີ 15 ມິຖຸນາ 2022 ກໍໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ອິນເດຍ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອິນເດຍ ໃນຄັ້ງນີ້.

ໃນກອງປະຊຸມ, ອາຊຽນ ແລະ ອິນເດຍ ໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຮ່ວມມື ອາຊຽນ-ອິນເດຍ ໃນໄລຍະ 30 ປີຜ່ານມາ ໃນດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນຂະບວນການສ້າງປະຊາຄົມ ອາຊຽນ ແລະ ການເຊື່ອມໂຍງພາກພື້ນ ກໍຄື ການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ. ພ້ອມດຽວກັນນັ້ນ, ກອງປະຊຸມລັດຖະມົນ ຕີ ກໍໄດ້ປຶກສາຫາລືກ່ຽວກັບ ທິດທາງຮັດແໜ້ນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມມືຍຸດທະສາດ ອາຊຽນ-ອິນເດຍ ໂດຍຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ອິນເດຍ (2021-2025) ຢ່າງມີປະສິດທິຜົນ ໂດຍສະເພາະເພີ່ມທະວີການຮ່ວມມື ເພື່ອຮັບມືກັບພະຍາດ ໂຄວິດ-19 ແລະ ຟື້ນຟູເສດຖະກິດຫລັງການລະບາດ, ຈັດຕັ້ງປະຕິບັດເຂດການຄ້າເສລີ ອາຊຽນ-ອິນເດຍ (AIFTA) ຢ່າງມີປະສິດທິພາບ ແລະ ເລັ່ງລັດການທົບທວນສັນຍາ ອາຊຽນ-ອິນເດຍ ວ່າດ້ວຍການຄ້າດ້ານສິນຄ້າ, ສະໜັບສະໜູນຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍແລະຂະໜາດກາງ, ການຫັນເປັນດີຈີຕອລ, ສາທະລະນະສຸກ, ກະສິກໍາ, ການສຶກສາ, ການທ່ອງທ່ຽວ, ການເຊື່ອມຈອດ ແລະ ການສົ່ງເສີມການຮ່ວມມືອະນຸພາກພື້ນ ໂດຍສະເພາະຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ແລະ ອື່ນໆ.

ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ເພີ່ມທະວີການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືດ້ານການເຊື່ອມຈອດຕ່າງໆ ໂດຍສະເພາະໂຄງການທາງດ່ວນສາມຝ່າຍ ອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍທາງດ່ວນດັ່ງກ່າວເຊື່ອມຕໍ່ມາຍັງ ລາວ, ກໍາປູເຈຍ ແລະ ຫວຽດນາມ ໃຫ້ສໍາເລັດໃນເວລາອັນຄວນ.

ທີ່ສໍາຄັນ ອາຊຽນ ແລະ ອິນເດຍ ໄດ້ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກ້າວໄປສູ່ການຍົກລະດັບການພົວ ພັນ ອາຊຽນ-ອິນເດຍ ຈາກຄູ່ຮ່ວມຍຸດທະສາດຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ທີ່ມີຄວາມໝາຍ, ມີເນື້ອໃນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ໃນວັນດຽວກັນ, ລັດຖະມົນຕີຕ່າງປະເທດ ແລະ ຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ອາຊຽນ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາເຣັນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ອິນເດຍ. ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນຈາກ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຍັງທ່ານນາຍົກລັດຖະມົນຕີ ແຫ່ງ ອິນເດຍ, ພ້ອມທັງຕີລາຄາສູງຕໍ່ການຮ່ວມມືອາຊຽນ-ອິນເດຍ ກໍຄື ການຮ່ວມມືໃນຂອບສອງຝ່າຍ ລາວ-ອິນເດຍ ໃນໄລຍະຜ່ານມາ.

ໃນໂອກາດເຂົ້າຮ່ວມກອງປະຊຸມທີ່ ນິວເດລລີ ຄັ້ງນີ້, ທ່ານຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ຍັງໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືເດັນລີ ຄັ້ງທີ 12 (Delhi Dialogue XII) ໂດຍໄດ້ກ່າວບົດປາໄສ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ອາຊຽນ ແລະ ອິນເດຍ ໃນໄລຍະ 30 ປີຜ່ານມາ ເຊິ່ງເປັນໜຶ່ງໃນກິດຈະກໍາສະເຫລີມສະຫລອງຄົບຮອບ 30 ປີ ການພົວພັນອາຊຽນ-ອິນເດຍ.

ອິນເດຍ ໄດ້ເລີ່ມການພົວພັນຮ່ວມມື ເປັນຄູ່ຮ່ວມຂະແໜງການຂອງ ອາຊຽນ ໃນປີ 1992 ແລະ ກາຍເປັນຄູ່ຮ່ວມເຈລະຈາສົມບູນ ຂອງ ອາຊຽນ ໃນປີ 1995.

 

 

error: Content is protected !!