ເປັນຄູອາສາມາ 10 ປີທົນບໍ່ໄຫວ ຈິ່ງຂໍບໍາເນັດ  ດ້ວຍເງິນສະຫວັດດີການ ຈຳນວນ 500,000  ກີບ

ຄູເນັ່ງທ່າວ ເພຍຫລວງ ອາຍຸ 35 ປີ ເປັນອີກໜຶ່ງຄົນ ທີ່ສະຫມັກມາເປັນຄູສອນໄດ້ 10 ປີແລ້ວ ແຕ່ຍັງບໍ່ໄດ້ລັດຖະກອນ ສຸດທ້າຍຈຶ່ງຈຳໃຈຂໍລາຈາກໂຮງຮຽນຫມູ່ຄູ່, ອາຈານນັກຮຽນທີ່ແສນຮັກທີ່ ມສ ທົ່ງແສນ, ເມືອງ ຄຳເກີດ, ແຂວງ ບໍລິຄຳໄຊ ເພື່ອໄປຫາຊ່ອງທາງເດີນໃໝ່ທີ່ຈະກຸ້ມຢູ່ກຸ້ມກິນໃນວັນຂ້າງໜ້າ.

ຄູອາສາ ຜູ້ນີ້ທີ່ເພິ່ນທຸ່ມເທເຮັດວຽກຟຣີມາເຖິງ 10 ປີ ແຕ່ບໍjໄດ້ຫຍັງນອກຈາກຄວາມຮັກ ແລະ ຜູກພັນກັບຄູອາຈານ ເພື່ອນຮ່ວມງານ ແລະ ນັກຮຽນທີ່ຄອຍເຫັນໜ້າກັນໃນທຸກໆວັນ.

ໃນພິທີສົ່ງ ເຖິງກັບຫຼັ່ງນ້ຳຕາ ດ້ວຍຄວາມອາໄລຫາທຸກໆຄົນທີ່ເຄີຍຢູ່ຮ່ວມກັນຮັກແພງກັນຕະຫຼອດໄລຍະ 10 ປີທີ່ສອນຢູ່ໂຮງຮຽນແຫ່ງນີ້.

ຂໍ້ມູນຈາກ: https://sokxai.com/

error: Content is protected !!