ລັດຖະບານ ໄດ້ວາງມາດຕະການຄວບຄຸມ ການເຂົ້າ-ອອກ ປະເທດ ຢ່າງເຂັ້ມງວດ ພາຍຫລັງເປີດປະເທດ

ນັບແຕ່ໄດ້ປະກາດເປີດປະເທດເຕັມຮູບແບບ ເລີ່ມແຕ່ ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ລັດຖະບານ ໄດ້ອອກແຈ້ງການກ່ຽວກັບມາດຕະການໃນການເຂົ້າ-ອອກ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໄລຍະມີການລະບາດຂອງພະຍາດ ໂຄວິດ-19 ໂດຍໄດ້ມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ອອກສູ່ສັງຄົມຢ່າງກວ້າງຂວາງ.

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ລາຍງານໃຫ້ຮູ້ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມິຖຸນາ 2022 ນີ້ວ່າ: ນັບແຕ່ເປີດປະເທດແບບເຕັມຮູບແບບ ກະຊວງ ຖວທ ໄດ້ອອກແຈ້ງການແນະນໍາໃຫ້ພະແນກ ຖວທ ທົ່ວປະເທດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເປີດຕ້ອນຮັບນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ຢູ່ ລາວ ເພື່ອແນະນໍາກ່ຽວກັບການກະກຽມຄວາມພ້ອມໃນການເປັນເຈົ້າພາບທີ່ດີ, ການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວໃນການສະໜອງຂໍ້ມູນຂ່າວສານ, ການເດີນທາງພາຍໃນ, ການພັກເຊົາ, ການປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການຕ່າງໆ; ສືບຕໍ່ຊຸກຍູ້ ແລະ ສະ ໜອງງົບປະມານຈຳນວນໜຶ່ງໃຫ້ພະແນກ ຖວທ ບັນດາແຂວງເປົ້າໝາຍ ເພື່ອສົມທົບກັບຜູ້ຄຸ້ມຄອງສະຖານທີ່ທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ ເພື່ອສ້າງຂະບວນການອະ ນາໄມ ແລະ ປັບປຸງສິ່ງອຳນວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຜົນກະ ທົບຈາກພະຍາດ ໂຄວິດ-19 ເພື່ອກະກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ເຊັ່ນ: ຢູ່ ນະຄອນຫລວງ ວຽງຈັນ, ຫລວງພະບາງ, ຈຳປາສັກ, ຫລວງນໍ້າທາ, ຄຳມ່ວນ, ເມືອງ ວັງວຽງ, ແຂວງ ວຽງຈັນ ແລະ ແຂວງອື່ນໆ; ໄດ້ອອກແບບປົດສະເຕີໂຄສະນາກ່ຽວກັບມາດຕະການເຂົ້າ-ອອກ ລາວ ເປັນພາສາລາວ ແລະ ພາສາອັງກິດ ລົງໃນສື່ສັງ ຄົມອອນລາຍ ເພື່ອສື່ສານໃຫ້ນັກທ່ອງທ່ຽວ ແລະ ຜູ້ປະກອບການທ່ອງທ່ຽວໄດ້ຮັບຮູ້.

ນັບແຕ່ລັດຖະບານ ປະກາດເປີດປະເທດ ເລີ່ມແຕ່ວັນທີ 9 ພຶດສະພາ ເປັນຕົ້ນມາ ຂໍ້ມູນຂ່າວສານຕ່າງໆກ່ຽວກັບນະໂຍບາຍ ການເປີດຕ້ອນຮັບນັກທ່ອງທ່ຽວຂອງ ສປປ ລາວ ແມ່ນໄດ້ຮັບການໂຄສະນາ ຜ່ານສື່ສັງຄົມຕ່າງໆທັງພາຍໃນ ແລະ ຕ່າງປະ ເທດຢ່າງກວ້າງຂວາງພໍສົມຄວນ, ປັດຈຸບັນ ສາມາດຕີລາຄາໄດ້ວ່າ ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໄດ້ຮັບຮູ້ກ່ຽວກັບການເປີດປະເທດຂອງ ສປປ ລາວ ຫລາຍຂຶ້ນ ແລະ ບັນດາບໍລິສັດຄູ່ສັນຍາຢູ່ຕ່າງປະເທດ ໄດ້ຈອງລາຍການທ່ອງທ່ຽວກັບບັນດາບໍລິ ສັດຄູ່ສັນຍາ ຢູ່ພາຍໃນປະເທດ, ຄາດວ່າໃນໄລຍະເດືອນມິຖຸນາ 2022 ເປັນຕົ້ນໄປນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ຈະຄ່ອຍໆເຂົ້າມາທ່ອງທ່ຽວຢູ່ ລາວ ຫລາຍຂຶ້ນ.

ຕາມຂໍ້ມູນເບື້ອງຕົ້ນ, ນັບແຕ່ວັນທີ 9 ພຶດສະພາ ຫາວັນທີ 6 ມິຖຸນາ 2022 ມີຜູ້ເດີນທາງເຂົ້າ ລາວ ຈໍານວນ 55,753 ຄົນ, ຜູ້ເດີນທາງອອກ ຈຳນວນ 56,325 ຄົນ, ນັກທ່ອງທ່ຽວພາຍໃນແຕ່ເດືອນມັງກອນ-ເມສາ 2022 ມີ 463,907 ເທື່ອຄົນ (ທຽບໃສ່ 4 ເດືອນຕົ້ນປີ 2021 ແມ່ນ ຫລຸດລົງ 18.9%), ສາມາດເກັບລາຍຮັບ ຈາກນັກທ່ອງທ່ຽວພາຍໃນ 617 ຕື້ກວ່າກີບ, ສະເລ່ຍໄລຍະພັກເຊົາ 2,5 ວັນ/ຄົນ, ລາຍຈ່າຍສະເລ່ຍ 530,000 ກີບ ຕໍ່ຄົນ/ມື້.

ຂໍ້ມູນຂ່າວ: ທະນູທອງ

ພາບ: ອ່າຍຄຳ

error: Content is protected !!