ລາວ ກຽມເປີດຮັບນັກທ່ອງທ່ຽວ ຜ່ານໂຄງການທ່ອງທ່ຽວສີຂຽວໄລຍະ 2 ເລີ່ມເດືອນ ພຶດສະພາ ນີ້

ລາວເຮົາ ກຽມຈະເປີດຮັບນັກທ່ອງທ່ຽວຜ່ານມາໂຄງການທ່ອງທ່ຽວສີຂຽວໄລຍະທີ 2 ໃນ ເດືອນ ພຶດສະພາ ທີ່ຈະມາເຖິງນີ້, ແຕ່ປັດຈຸບັນ ກຳລັງຢູ່ໃນຂັ້ນຕອນຂອງການສະເໜີເພື່ອໃຫ້ລັດຖະບານພິຈາລະນາຢູ່.

ເມື່ອບໍ່ດົນມານີ້ ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ສຳພາດກັບສື່ມວນຊົນ ກ່ຽວກັບຜົນສຳເລັດຂອງນະຄອນຫຼວງ ວຽງຈັນ ຊຶ່ງເປັນແຂວງໜຶ່ງທີ່ໄດ້ທົດລອງເປີດຮັບ ນັກທ່ອງທ່ຽວສີຂຽວໄລຍະທີ 1 ຜ່ານມາ ໃນເດືອນມັງກອນ-ເດືອນມີນາ 2022, ພ້ອມທັງ ໄດ້ຖາມເຖິງແຜນໃນການເປີດຮັບນັກທ່ອງທ່ຽວໂດຍຜ່ານໂຄງການດັ່ງກ່າວເປັນໄລຍະທີ 2, ເຊິ່ງທ່ານໄດ້ກ່າວວ່າ: ສຳລັບ ໃນໄລຍະທີ 2 ທາງຄະນະໄດ້ມີການປຶກສາຫາລື ແລະ ກຽມສະເໜີພາກ ລັດຖະບານ ເພື່ອເປີດພາຍໃນເດືອນພຶດສະພາ ທີ່ຈະມາເຖິງນີ້ ແລະ ການເປີດໄລຍະທີ 2 ແມ່ນຈະໄດ້ມີການຂະຫຍາຍໄປບັນດາແຂວງໃຫ້ກວ້າງອອກອີກ ບໍ່ສະເພາະແຕ່ 3 ແຂວງ ຍັງຈະຂະຫຍາຍໄປບັນດາແຂວງ ພາກເໜືອ ແລະ ພາກໃຕ້ຕື່ມ, ສ່ວນຢູ່ນະຄອນຫຼວງມາຮອດປັດຈຸບັນ ແມ່ນຈະໄດ້ມີການຂະຫຍາຍສະຖານທີ່ພັກ, ໂຮງແຮມ, ຮ້ານອາຫານ, ຈາກທີ່ມີໂຮງແຮມເປັນບ່ອນຮອງຮັບນັກທ່ອງທ່ຽວແລ້ວ ຍັງມີໂຮງແຮມທີ່ເປັນບ່ອນຈຳກັດບໍລິເວນ ສຳລັບ ຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ທັງໝົດ 47 ໂຮງແຮມ ທີ່ໄດ້ຮັບອະນຸຍາດ ແລະ ຍັງມີ 6 ໂຮງແຮມ ທີ່ເປັນໂຮງໝໍສະໜາມ ເພື່ອ​ປິ່ນ​ປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ​ບໍ່ມີອາການສະແດງ ຫຼື ມີ​ອາ​ການ​​ເບົາບາງ.

ສຳລັບ ແຜນຂອງໂຄງການທ່ອງທ່ຽວສີຂຽວໄລຍະທີ 2 ນີ້, ທີ່ລັດຖະບານໄດ້ມີການກຳນົດໄວ້ໃນເບື້ອງຕົ້ນແມ່ນ 9 ແຂວງ ຄື: ນະຄອນຫຼວງ, ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ໄຊຍະບູລີ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງ ຈຳປາສັກ, ພ້ອມນັ້ນ ຍັງໄດ້ກຳນົດດ່ານທີ່ນັກທ່ອງທ່ຽວສາມາດເຂົ້າມາໄດ້ອີກ 9 ດ່ານ: ສະໜາມບິນສາກົນວັດໄຕ, ສະໜາມບິນສາກົນຫຼວງພະບາງ, ດ່ານບໍ່ຫານ-ບໍ່ເຕັນ, ຂົວມິດ ຕະພາບນະຄອນຫຼວງວຽງຂັນ-ໜອງຄາຍ, ມິດຕະພາບທ່າແຂກ-ນະຄອນພະນົມ, ມິດຕະພາບສະຫວັນນະເຂດ-ມຸກດາຫານ, ດ່ານຊ່ອງເມກ ປາກເຊ-ອຸບົນລາດຊະທານີ, ດ່ານລາວບາວ ແລະ ດ່ານຫຼັກຊາວ.

ແຫຼ່ງຂໍ້ມູນ: Vt9

error: Content is protected !!