ຊີ້ແຈງຄວາມຄືບໜ້າ ການກວດກາຄືນ ບັນດາໂຄງການເຊົ່າ-ສໍາປະທານທີ່ດິນ

ລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ໄດ້ກວດກາຄືນ 438 ໂຄງການເຊົ່າ, ສໍາປະທານທີ່ດິນ ທີ່ດໍາເນີນໄປບໍ່ມີປະສິດທິພາບ, ການອະນຸຍາດບໍ່ຖືກຕ້ອງຕາມກົດໝາຍ ໃນນີ້ໄດ້ລຶບລ້າງໂຄງການທີ່ບໍ່ມີຕົວຕົນ 74 ໂຄງການ; ຂະນະທີ່ການຈັດສັນດິນໃນສາມປະເພດປ່າ ທີ່ມີປະຊາຊົນດຳລົງຊີວິດຢູ່ກ່ອນການກຳນົດເປັນປ່າສະຫງວນ, ລັດ ຍັງບໍ່ທັນໄດ້ອອກໃບຢັ້ງຢືນການນໍາໃຊ້ທີ່ດິນໃຫ້ ພຽງແຕ່ອອກແຜນທີ່ດິນ ເພື່ອເປັນຂໍ້ມູນໃຫ້ແກ່ປະຊາຊົນນໍາໃຊ້ ແລະ ເສຍຄ່າທໍານຽມການນໍາໃຊ້ທີ່ດິນ ຫຼື ພາສີທີ່ດິນປະຈໍາປີ.

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ ຜ່ານມາ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ຊສ) ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ).

ທ່ານ ຈັນທະເນດ ບົວລະພາ ໄດ້ກ່າວວ່າ: ກະຊວງ ຊສ ໄດ້ສົມທົບກັບບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນເພື່ອດໍາເນີນການເກັບກໍາຂໍ້ມູນການເຊົ່າ ແລະ ສໍາປະທານທີ່ດິນຂອງລັດໃນທົ່ວປະເທດ. ມາຮອດປັດຈຸບັນ, ສາມາດເກັບກໍາຂໍ້ມູນຈໍານວນໂຄງການເຊົ່າ ແລະ ສໍາປະທານທີ່ດິນໄດ້ທັງໝົດ 2,045 ໂຄງການ ຊຶ່ງໄດ້ອະນຸມັດເນື້ອທີ່ໃຫ້ເຊົ່າ ແລະ ສໍາປະທານ 927,457,810 ເຮັກຕາ, ແຕ່ເນື້ອທີ່ນໍາໃຊ້ຕົວຈິງມີພຽງແຕ່ 582,20.36 ເຮັກຕາ. ໃນຈໍານວນໂຄງການດັ່ງກ່າວ, ມີໂຄງການດໍາເນີນໄປບໍ່ມີປະສິດທິພາບ, ການອະນຸຍາດບໍ່ຖືກຕ້ອງຕາມກົດໝາຍ ທັງໝົດ 438 ໂຄງການ ຊຶ່ງຂໍ້ມູນດັ່ງກ່າວ ໄດ້ລາຍງານຕໍ່ກອງປະຊຸມລັດຖະບານສະໄໝສາມັນເດືອນກຸມພາ 2019 ແລະ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ກັບບັນດາທ່ານເຈົ້າແຂວງ ໃນວັນທີ 12/11/2019 ທີ່ຜ່ານມາ. ມາຮອດປັດຈຸບັນ, ໄດ້ສໍາເລັດການກວດກາແລ້ວ ແລະ ຜົນຂອງການກວກາ ແມ່ນໄດ້ລຶບລ້າງໂຄງການທີ່ບໍ່ມີຕົວຕົນ 74 ໂຄງການ, ຍົກເລີກໂຄງການທີ່ບໍ່ເຄື່ອນໄຫວ ຫຼື ໝົດອາຍຸຈໍານວນ 170 ໂຄງການ, ຍົກເລີກໂຄງການທີ່ບໍ່ແມ່ນການເຊົ່າ-ສໍາປະທານທີ່ດິນຂອງລັດຈໍານວນ 13 ໂຄງການ, ໂຄງການມີຂໍ້ຂັດແຍ່ງ 3 ໂຄງການ ແລະ ໂຄງການກໍາລັງສືບຕໍ່ ຫຼື ກວດກາຄືນດ້ານນິຕິກໍາ ແລະ ການປະຕິບັດພັນທະດ້ານສິ່ງແວດລ້ອມ 66 ໂຄງການ, ກໍາລັງຄົ້ນຄວ້າສະເໜີຍົກເລີກການໂອນທີ່ດິນລັດມາເປັນທີ່ດິນຂອງບຸກຄົນ 2 ໂຄງການ.

ສໍາລັບວຽກງານການຈັດສັນທີ່ດິນໃນເຂດສາມປະເພດປ່າ ໂດຍສະເພາະແມ່ນບ້ານທີ່ນອນໃນເຂດປ່າສະຫງວນນັ້ນ, ທ່ານຮອງລັດຖະມົນຕີ ກະຊວງ ຊສ ໄດ້ກ່າວວ່າ: ລັດຖະບານຮັບຮູ້ການນໍາໃຊ້ທີ່ດິນຂອງປະຊາຊົນທີ່ໄດ້ອາໄສ ແລະ ທໍາການຜະລິດຢູ່ໃນເຂດທີ່ດິນປ່າໄມ້ ກ່ອນກໍານົດເຂດດັ່ງກ່າວເປັນທີ່ດິນປ່າໄມ້ ໂດຍລັດຖະບານໄດ້ມອບໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບ ກະຊວງ ຊສ, ກະຊວງກ່ຽວ​ຂ້ອງ ແລະ ອົົງການປົກຄອງທ້ອງຖິ່ນດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນ ແລະ ດໍາເນີນການຈັດສັນຄືນໃໝ່ ແລະ ອອກໃບຢັ້ງຢືນການນໍາໃຊ້ທີ່ດິນໃຫ້ຕາມກົດໝາຍ. ພ້ອມທັງໃຫ້ປະຊາຊົນໃນເຂດດັ່ງກ່າວ ມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ສະນັ້ນ, ເພື່ອຈັດຕັ້ງປະຕິບັດ ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນຢູ່ໃນສາມປະເພດປ່າ ພວກເຮົາໄດ້ເຮັດທົດລອງຢູ່ແຂວງ ຄໍາມ່ວນ 3 ເມືອງຄື: ເມືອງ ນາກາຍ 13 ບ້ານ, ເມືອງ ຫີນບູນ 2 ບ້ານ ແລະ ເມືອງ ເຊບັ້ງໄຟ 2 ບ້ານ ລວມ 17 ບ້ານ; ແຂວງ ຫົວພັນ ມີ 3 ເມືອງ, ເມືອງລະ 1 ບ້ານ; ແຂວງ ໄຊຍະບູລີ ມີ 3 ເມືອງ, ເມືອງລະ 1 ບ້ານ. ແຕ່ເຖິງຢ່າງໃດກໍຕາມ, ຂະແໜງ ຊສ ຍັງບໍ່ທັນໄດ້ອອກໃບຢັ້ງຢືນການນໍາໃຊ້ທີ່ດິນໃຫ້ແກ່ປະຊາຊົນເທື່ອ ພຽງແຕ່ອອກແຜນທີ່ດິນເພື່ອເປັນຂໍ້ມູນໃຫ້ແກ່ປະຊາຊົນນໍາໃຊ້ ແລະ ເສຍຄ່າທໍານຽມການນໍາໃຊ້ທີ່ດິນ ຫຼື ພາສີທີ່ດິນປະຈໍາປີ.

ທ່ານຍັງກ່າວວ່າ: ປັດຈຸບັນ, ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບ ກະຊວງ ຊສ ກໍາລັງສ້າງຮ່າງດໍາລັດ ວ່າດ້ວຍການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນໃນເຂດສາມປະເພດປ່າ. ສຳລັບເນື້ອໃນຂອງຮ່າງດໍາລັດດັ່ງກ່າວ, ຈະໄດ້ລົງເລິກຄົ້ນຄວ້າຢ່າງລະອຽດຖີ່ຖ້ວນ ເພາະຕິດພັນກັບການດໍາລົງຊີວິດ ແລະ ທໍາມາຫາກິນຂອງປະຊາຊົນ ຊຶ່ງມີຈໍານວນຫຼາຍກວ່າ 3,000 ບ້ານໃນຂອບເຂດທົ່ວປະເທດ; ໃນນັ້ນ, ມີປະຊາຊົນຈໍານວນຫຼາຍໄດ້ດໍາລົງຊີວິດກ່ອນການກໍານົດເປັນປ່າສະຫງວນ ແລະ ກໍມີຈໍານວນໜຶ່ງ ເຂົ້າຢູ່ຫຼັງການກໍານົດເປັນປ່າສະຫງວນ ຊຶ່ງອາດເປັນສາເຫດໜຶ່ງທີ່ອາດມີຄວາມສ່ຽງເຮັດໃຫ້ທີ່ດິນປ່າໄມ້ຫຼຸດລົງ ແລະ ອາດຈະບໍ່ໄດ້ຕາມຄາດໝາຍຕາມທີ່ໄດ້ກໍານົດໄວ້ໃນແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ແລະ ກົດໝາຍວ່າດ້ວຍທີ່ດິນ ທີ່ຈະຕ້ອງໃຫ້ມີທີ່ດິນປ່າໄມ້ປົກຫຸ້ມ ບໍ່ໃຫ້ຫຼຸດ 70% ຂອງເນື້ອທີ່ທົ່ວປະເທດ.

(ຂ່າວ-ພາບ: ສຸກສະຫວັນ)

error: Content is protected !!